spot_img
HomeຊີວິດແລະຄວາມຮັກWedding-Sex-loveລັກສະນະຜູ້ຊາຍສາຍຟັນແລ້ວຖິ້ມ

ລັກສະນະຜູ້ຊາຍສາຍຟັນແລ້ວຖິ້ມ

Published on

ໃນຄໍລຳ ຄວາມຮັກ ກັບ ເຊັກສ໌ ມື້ນີ້ແອັດກັບມາກັບຄໍລຳນີ້ຫຼັງຈາກທີ່ບໍ່ໄດ້ຂຽນບົດເລື່ອງທີ່ກ່ຽວກັບ ເພດສຳພັນມາດົນແລ້ວ ກັບມາມື້ນີ້ກໍ່ມາແບບເບົາໆ ເອົາໃຈສາວໆ ໂດຍການແນະນຳວິທີສັງເກດຜູ້ຊາຍສາຍຟັນ ເຊິ່ງຜູ້ຊາຍສາຍນີ້ຕ້ອງບອກເລີຍວ່າເປັນຜູ້ຊາຍທີ່ມີສະເໜ່ແພວພາວ ເຮັດໃຫ້ສາວໆທີ່ໄດ້ໃກ້ຊິດຕ້ອງພາດທ່າເສຍທີໃຫ້ຄົນຈຳພວກນີ້ເກືອບທຸກລາຍ ເຊິ່ງຜູ້ຊາຍແບບນີ້ພວກເຂົາຈະມີລັກສະນະແບບໃດນັ້ນເຮົາມາຮູ້ຈັກກັນເລີຍ

  1. ເປັນຄົນຫຼໍ່, ຮູບຮ່າງໜ້າຕາດີ ເພາະສາວໆສ່ວນຫຼາຍຈະຫວັ່ນໄຫວເມື່ອຢູ່ໃກ້ຄົນຫຼໍ່
  2. ເປັນຄົນລົມດີ, ລົມມ່ວນ ແລະ ເອົາໃຈຜູ້ຍິງເກັ່ງ
  3. ເປັນຄົນຫວງຂໍ້ມູນສ່ວນຕົວສຸດໆ ແມ່ນແຕ່ເຮົາທີ່ເຂົາບອກວ່າຮັກ ແລະ ສຳຄັນທີ່ສຸດເຂົາກໍ່ຍັງມີຄວາມລັບໄດ້
  4. ເຖິງຈະບອກວ່າຮັກເຮົາແຕ່ກໍ່ຈະບໍ່ພາເຮົາໄປອອກງານສັງຄົມຄູ່ເດັດຂາດ
  5. ວ່າງກັບເຮົາບາງເວລາເທົ່ານັ້ນ
  6. ມັກໃຊ້ຄຳວ່າຮັກມາຕໍ່ລອງມີຄວາມສຳພັນທີ່ເລິກຊຶ້ງນຳ ຫຼື ແລກກັບສິ່ງທີ່ຕົວເຂົາຕ້ອງການ
  7. ເມື່ອໄດ້ໃນສິ່ງຕ້ອງການແລ້ວກໍ່ຈະປ່ຽນຈາກໜ້າມືເປັນຫຼັງມື ຕອນທຳອິດເອົາໃຈໃສ່ດີ ພໍຫຼັງໆມາເຮັດຫ່າງເຫີນບໍ່ສົນໃຈ.

ຫາກສາວຄົນໃດກຳລັງຄົບແຟນແລ້ວມີພຶດຕິກຳທີ່ກ່າວມາຂ້າງເທິງນີ້ ກໍ່ຄວນກຽມໃຈເພື່ອໄວ້ ຮັກກໍ່ຢ່າທຸ້ມເທໃຈໃຫ້ຫຼາຍເກີນໄປບໍ່ດັ່ງນັ້ນອາດເຈັບປວດທັງໃຈກາຍໄດ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...