spot_img
Homeນານາສາລະຜັກບົວລະພາ ຊ່ວຍແກ້ບັນຫານອນບໍ່ຫຼັບໄດ້

ຜັກບົວລະພາ ຊ່ວຍແກ້ບັນຫານອນບໍ່ຫຼັບໄດ້

Published on

ຫາກໃຜມັກນອນບໍ່ຫຼັບ  ລອງຫັນມາໃຊ້ວິທີບຳບັດແບບທຳມະຊາດ ກັບສະໝຸນໄພແບບພື້ນບ້ານ ຜັກບົວລະພາ ເບິ່ງ ເພາະຜັກບົວລະພາ ເປັນອີກວິທີໜຶ່ງ ທີ່ຊ່ວຍເຮັດໃຫ້ຄົນທີ່ເປັນພະຍາດນອນບໍ່ຫຼັບ ສາມາດນອນຫຼັບໄດ້ ດ້ວຍວິທີງ່າຍໆຄື ໃຫ້ເອົາໃບບົວລະພາສົດ ຈຳນວນປະມານ 1 ກຳມື ມາລ້າງນໍ້າໃຫ້ສະອາດ ຕົ້ມກັບນໍ້າຈຳນວນເຄິ່ງລິດຈົນຟົດ ຂ້ຽວໃຫ້ເຫຼືອປະມານ 3 ສ່ວນ 4 ຂອງຈອກ ດື່ມຂະນະອຸ່ນໆກ່ອນນອນ ຈະຊ່ວຍໃຫ້ນອນຫຼັບດີ ໃຜທີ່ນອນບໍ່ຫຼັບລອງເຮັດເບິ່ງຈະເຫັນຜົນ

ນອກຈາກປະໂຫຍດທີ່ເວົ້າມານັ້ນ ຜັກບົວລະພາຍັງມີປະໂຫຍດຫຼາຍຢ່າງຄື: 

  • ຕົ້ນ: ຊ່ວຍແກ້ໄອ, ເຈັບຫົວ, ເຈັບກະເພາະ, ແໜ້ນທ້ອງ, ປະຈຳເດືອນມາບໍ່ປົກກະຕິ
  • ຮາກ: ນໍາມາຊ່ວຍກຳຈັດແຜ ແລະໜອງຊໍ້າເຮື້ອໄດ້
  • ໃບ: ມີລັກສະນະສີຂຽວເຂັ້ມ ເປັນແຫຼ່ງທີ່ສຳຄັນຂອງສານເບຕ້າແຄໂຣທີນ ທີ່ຊ່ວຍໃນການຕ້ານອະນູມູນອິດສະລະ ທີ່ເປັນປັດໄຈໃນການເກີດພະຍາດມະເຮັງ, ພະຍາດຫົວໃຈຊາດເລືອດ ແລະນໍ້າຄັ້ນຈາກໃບ ສາມາດດື່ມແກ້ການລະຄາຍເຄືອງໃນລຳຄໍ. ນອກຈາກນີ້ ໃບສົດ ມີສັບພະຄຸນ ແກ້ທ້ອງອືດ, ຂັບລົມໃນລຳໄສ້ ຊ່ວຍຍ່ອຍອາຫານ
  • ຍອດອ່ອນ: ຕົ້ມກັບນໍ້າດື່ມ ຄືກັບນໍ້າຊາ ຫຼືກິນສົດ ຊ່ວຍແກ້ທ້ອງອືດ ແລະຊ່ວຍຈະເລີນອາຫານ
  • ແກ່ນ: ໃຊ້ເປັນຢາຂັບນໍ້າປັດສະວະ ແລະເປັນຢາລະບາຍອ່ອນໆ ແກ້ອາການທ້ອງຜູກ ເພາະແກ່ນຖ້າຖືກນໍ້າຈະພອງຕົວເປັນເມືອກ ຊ່ວຍໃຫ້ຂັບສະດວກ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...