Homeຂ່າວຕ່າງປະເທດອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

Published on

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ 500 ຄອບຄົວ ບໍ່ມີທີ່ຢູ່ອາໄສ.

ເຊິ່ງເຫດການໄຟໄມ້ດັ່ງກ່າວ ເກີດຂຶ້ນຢູ່ທີ່ເຂດຊຸມຊົນແອອັດ  ແຮບປີ້ແລນ ເຊິ່ງເປນໜຶ່ງໃນຊຸມຊົນແອອັດ ແລະ ທຸກຍາກທີ່າສຸດຕາມການຂອງເມືອງ ຕັ້ງຢູ່ເຂດຄອນໂດ ນະຄອນຫຼວງມະນິລາ ປະເທດຟິລິປິນ ເມື່ອຊ່ວງກາງຄືນເມື່ອວັນອາທິດທີ່ຜ່ານມາ, ຕາມການລາຍງານລະບຸວ່າ: ເຈົ້າໜ້າທີ່ໄດ້ໃຊ້ລົດດັບໄຟຫຼາຍກວ່າ 28 ຄັນ ເພື່ອເຂົ້າຄວບຄຸມສະຖານະການ.

ເຈົ້າໜ້າທີ່ສຳນັກງານດັບໄຟແຫ່ງຊາດຟິລິປິນລະບຸວ່າ: ໄຟໄໝ້ຄັ້ງນີ້ເຮັດໃຫ່້ມີຜູ້ບາດເຈັບ 3 ຄົນ ແລະ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນກວ່າ 1,000 ຄົນ ຫຼື ປະມານ 500 ຄອບຄົວ, ທາງດ້ານຜູ້ບັນຊາການສະຖານີດັບໄຟທີ 1 ໃນນະຄອນຫຼວງມະນິລາລະບຸວ່າ: ສາເຫດທີ່ເຮັດໃຫ້ເກີດໄຟລຸກລາມຢ່າງໄວວາເປັນຍ້ອນບ້ານເຮືອນໃນເຂດດັ່ງກ່າວຖືກເຮັດດ້ວຍວັດສະດຸກໍ່ສ້າງທີ່ນ້ຳໜັກເບົາ ແລະ ບາງສ່ວນເປັນຮ້ານຮັບຊື້ເຄື່ອງເກົ່າ ຈຶ່ງເຮັດໃຫ້ໄຟຕິດງ່າຍ ແລະ ລຸກລາມຢ່າງໄວວາ ເຊິ່ງທາງກົມສະວັດດິການສັງຄົມໄດ້ເລັ່ງຈັດຫາທີ່ພັກຊົ່ວຄາວເພື່ອຮອງຮັບໃຫ້ຄອບຄົວຜູ້ປະສົບໄພແລ້ວ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...