Homeຂ່າວພາຍ​ໃນປະທານປະເທດ ກ່າວອວຍພອນໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2566, ຕ້ອນຮັບປີໃໝ່ ພ.ສ 2567

ປະທານປະເທດ ກ່າວອວຍພອນໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2566, ຕ້ອນຮັບປີໃໝ່ ພ.ສ 2567

Published on

ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ທີ່ນັບຖື ແລະ ຮັກແພງທັງຫຼາຍ !
ປີເຖາະ ພ.ສ 2566 ທີ່ກຳລັງຜ່ານພົ້ນໄປນີ້ ກໍເປັນອີກປີໜຶ່ງ ທີ່ປວງຊົນລາວທັງຊາດ ໄດ້ປະສົບກັບຄວາມຫຍຸ້ງຍາກດ້ວຍຜົນກະທົບຈາກສະພາບການທັງນອກຕົວ ແລະ ໃນຕົວ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານຕ່າງໆຂອງປະຊາຊົນເຮົາພົບຄວາມຫຍຸ້ງຍາກຝືດເຄືອງຕະຫຼອດປີຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ ດ້ວຍຄວາມເປັນເຈົ້າປະເທດ, ຄວາມບາກບັ່ນພະຍາຍາມ ແລະ ຄວາມສາມັກຄີ ເປັນປຶກແຜ່ນ ຂອງປວງຊົນລາວທຸກຄົນ ທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດແນວທາງນະໂຍບາຍ ແລະ ບັນດາມາດຕະການ ທີ່ພັກ ແລະ ລັດຖະບານວາງອອກນັ້ນ ດ້ວຍຄວາມບຸກບືນສູງ, ດັ່ງນັ້ນ ປີຜ່ານມາ ພວກເຮົາສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີຜົນສຳເລັດທີ່ເປັນພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນທ່ວງທ່າດີຂຶ້ນ, ການລົງທຶນ ແລະ ການທ່ອງທ່ຽວໄດ້ກັບມາມີການຟື້ນຕົວ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຕາມລໍາດັບ, ເຊິ່ງສ້າງໄດ້ພື້ນຖານ ແລະ ທ່ວງທ່າອັນດີ ໃຫ້ແກ່ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນທ້າຍສະໄໝ ມີຜົນສໍາເລັດ ບົນຈິດໃຈຍົກສູງຄວາມເປັນເຈົ້າ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກ້າວໄປສູ່ໄລຍະໃໝ່ຂອງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ດ້ວຍຄວາມເປັນເຈົ້າ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນລາວ ທຸກທົ່ວໜ້າ ທີ່ໄດ້ປະກອບສ່ວນຂອງຕົນ ເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ໃນຕະຫຼອດປີທີ່ຜ່ານມາ, ພ້ອມກັນນັ້ນ ຂໍສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ມີຕໍ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມານະໂອກາດນີ້ດ້ວຍ.

ບັນດາທ່ານ, ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງ !
ພວກເຮົາກຳລັງກ້າວເຂົ້າສູ່ປີມະໂລງ ພ.ສ 2567 ເຊິ່ງເປັນອີກປີໜຶ່ງທີ່ ຍັງຕ້ອງປະເຊີນກັບສິ່ງທ້າທາຍທົດສອບຫຼາຍດ້ານຕໍ່ໄປອີກ, ແຕ່ພວກເຮົາກໍ່ສາມາດມອງເຫັນກາລະໂອກາດ ແລະ ຄວາມຫວັງ ຂອງອະນາຄົດດ້ວຍການມອງໂລກໃນແງ່ດີໄດ້. ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ຍົກສູງສະຕິຊາດ, ເຊີດຊູຄວາມເປັນເຈົ້າ, ປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ປະຕິບັດ ພັນທະ-ໜ້າທີ່ ຂອງຕົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ສືບຕໍ່ໝັ້ນຄົງ ເຂັ້ມແຂງ. ປີນີ້ ສປປ ລາວ ພວກເຮົາໄດ້ຮັບກຽດເຮັດໜ້າທີ່ເປັນປະທານໝູນວຽນອາຊຽນ ແລະ ທັງເປັນປີທ່ອງທ່ຽວລາວ, ຂໍໃຫ້ທຸກພາກສ່ວນໃນສັງຄົມຈົ່ງພ້ອມກັນເປັນເຈົ້າພາບທີ່ດີ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັກສາຄວາມສະອາດຈົບງາມ, ອຳນວຍຄວາມສະດວກ ແລະ ສ້າງຄວາມປະທັບໃຈໃນການຕ້ອນຮັບແຂກບ້ານ-ແຂກເມືອງທີ່ຈະມາເຂົ້າຮ່ວມກອງປະຊຸມ, ມາທ່ອງທ່ຽວ, ມາລົງທຶນ ແລະ ມາຢ້ຽມຢາມ ຢູ່ປະເທດຂອງພວກເຮົາ.

ເນື່ອງໃນໂອກາດ ອັນເປັນສີຣິມຸງຄຸນ ຕ້ອນຮັບປີໃໝ່ລາວ ພ.ສ 2567 ນີ້, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງພີ່ນ້ອງຄົນເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍ່ຄື ຊາວຕ່າງປະເທດທີ່ກຳລັງດຳລົງຊີວິດ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈົ່ງມີຄວາມຢູ່ເຢັນເປັນສຸກ, ປາສະຈາກໂລກໄພໄຂ້ເຈັບ ແລະ ຈົ່ງພ້ອມກັນສະຫລອງປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ມີໂຊກມີໄຊ ແລະ ສະຫງົບ ປອດໄພທຸກປະການເທີ້ນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...