spot_img
Homeຂ່າວຕ່າງປະເທດທ່ານດຣ. ຈິລ ໄບເດີນ ພັນລະຍາ ທ່ານ ໂຈ ​ໄບ​ເດີນ ຮອງປະທານາທິບໍດີ ສະຫະລັດອາເມລິກາ ຈະເດີນທາງມາຢ້ຽມຢາມ ສປປ ລາວ

ທ່ານດຣ. ຈິລ ໄບເດີນ ພັນລະຍາ ທ່ານ ໂຈ ​ໄບ​ເດີນ ຮອງປະທານາທິບໍດີ ສະຫະລັດອາເມລິກາ ຈະເດີນທາງມາຢ້ຽມຢາມ ສປປ ລາວ

Published on

ທ່ານນາງ ດຣ. ຈິລ ໄບເດີນ, ພັນລະຍາ ທ່ານ ໂຈ ໄບເດີນ ຮອງປະທານາທິບໍດີ ສະຫະລັດອາເມລິກາ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນ ວັນທີ 21 ຫາ 22 ກໍລະກົດ ປີ 2015 ພ້ອມດ້ວຍ ທ່ານນາງ ແຄດເທີຣີນ ຣັສເຊລ ເອກອັກ-ຄະລັດຖະທູດ ຮັບຜິດຊອບ ວຽກງານຕ່າງໆ ຮອບດ້ານກ່ຽວກັບ ເລື່ອງແມ່ຍິງ ແລະ ຈະພົວພັນກັບ ລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ເພືີ່ອສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດ ໂອກາດທາງ ດ້ານການສຶກສາໃຫ້ແກ່ແມ່ຍິງ ແລະເດັກນ້ອຍຜູ້ຍິງ ອີງຕາມລາຍງານຂ່າວ ຂອງສະຖານທູດສະຫະລັດ ປະຈຳ ສປປ ລາວ.

ການຢ້ຽມຢາມ ອັນເປັນຂີດໝາຍປະຫວັດສາດ ໃນຄັ້ງນີ້ ສະແດງອອກໃຫ້ເຫັນເຖິງຄວາມ ມຸ່ງໝັ້ນຂອງລັດຖະບານສະຫະລັດ ໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນກັບ ສປປ ລາວ.

ໃນລະຫວ່າງການຢ້ຽມຢາມຂົງເຂດອາຊີນີ້ ດຣ. ຈິລ ໄບເດີນ ຍັງຈະເດີນທາງໄປຢ້ຽມຢາມສາທາລະນະລັດເກົາຫຼີ ແລະ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 16 ຫາ 20 ກໍລະກົດ ເີ່ຊງການຢ້ຽມຢາມໃນແຕ່ລະປະເທດດັ່ງກ່າວ ແມ່ນຈະເນັ້ນໜັກໃສ່ວຽກງານ ໃນດ້ານພັດທະນາ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ວຽກງານການສຶກສາ.
ຫລັງກຈາການມາຢ້ຽມຢາມ ສປປ ລາວ ທາງຄະນະຜູ້ແທນຂັ້ນສູງກໍຈະເດີນທາງໄປຢ້ຽມຢາມປະເທດຍີ່ປຸ່ນ ໃນ ວັນທີ 22 ຫາ 23 ກໍລະກົດນີ້.

F61BF00B-95F7-45FA-8A95-1F0AB835064C_w640_r1_s

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...