spot_img
Homeຂ່າວທ້ອງຖິ່ນຕັກກະແຕນຝູງ ຍັງສືບຕໍ່ລະບາດ ແລະ ທຳລາຍພືດຜົນການຜະລິດຢູ່ ແຂວງຫົວພັນ ແລະ ຫລວງພະບາງ!

ຕັກກະແຕນຝູງ ຍັງສືບຕໍ່ລະບາດ ແລະ ທຳລາຍພືດຜົນການຜະລິດຢູ່ ແຂວງຫົວພັນ ແລະ ຫລວງພະບາງ!

Published on

ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ແລະ ແຂວງຫຼວງພະບາງ ເປີດເຜີຍຕໍ່ນັກຂ່າວພວກເຮົາ ທ້າຍອາທິດຜ່ານມານີ້ວ່າ: ຕັກກະແຕນຝູງ ຍັງສືບຕໍ່ລະບາດ ແລະ ທຳລາຍພືດຜົນການຜະລິດຂອງປະຊາຊົນ ຢູ່ໃນສອງແຂວງດັ່ງກ່າວ, ສະເພາະຢູ່ແຂວງຫົວ ພັນເລີ່ມມີການລະບາດນັບແຕ່ປີ 2014 ເປັນຕົ້ນມາ, ໃນເບື້ອງຕົ້ນມີການລະບາດພຽງເມືອງດຽວ, ແຕ່ມາຮອດປັດຈຸບັນ ແມ່ນມີການລະບາດຂະຫຍາຍໄປ 6 ເມືອງຄື: ເມືອງຊຳເໜືອ, ວຽງໄຊ, ເມືອງແອດ, ຫົວເມືອງ,ເມືອງຊ່ອນ ແລະ ເມືອງຮ້ຽມ, ຊຶ່ງມີຫຼາຍກວ່າ 66 ບ້ານ, ຊຶ່ງມາຮອດດຽວນີ້ ມີເນື້ອທີ່ປ່າໄມ້ປ່ອງ, ເຂົ້າໄຮ່ ແລະ ພືດຜົນຂອງປະຊາຊົນ ຖືກຕັກກະແຕນກິນ ເສຍຫາຍແລ້ວຫລາຍກວ່າ 700 ເຮັກຕາ ແລະ ຄາດວ່າຈະຂະຫຍາຍອອກສູ່ວົງກວ້າງຂຶ້ນເລື້ອຍໆ, ເຖິງຢ່າງໃດກໍຕາມ ປັດຈຸບັນພາກສ່ວນກ່ຽວຂ້ອງ ກໍຄືພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ເອົາໃຈໃສ່ໃນການກຳຈັດ ແລະ ສະກັດກັ້ນການລະບາດ ຂອງຝຸງຕັກກະແຕນຢ່າງຮີບດ່ວນ, ດ້ວຍການລົງສົມທົບກັບ ອຳນາດການປົກຄອງເມືອງ ແລະ ບ້ານທີ່ມີການລະບາດເພື່ອທຳລາຍຝຸງຕັກກະແຕນ, ດ້ວຍການດັກຈັບ ແລະ ພົ່ນຢາຂ້າ ແຕ່ກໍສາມາດກຳຈັດໄດ້ພຽງສ່ວນໃດໜຶ່ງເທົ່ານັ້ນ ແລະ ຜ່ານມາເຖິງວ່າລັດຖະບານ,ກໍຄືປະເທດເພື່ອນບ້ານ ແລະ ອົງການຈັດຕັ້ງຕ່າງໆ ໄດ້ສະໜອງງົບປະມານ  ແລະ ອຸປະກອນ ເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ, ແຕ່ກໍຍັງບໍ່ທັນພຽງພໍ ກັບການປະຕິບັດວຽກຕົວຈິງ, ໂດຍສະເພາະແມ່ນ ນ້ຳຢາຂ້າຕັກກະແຕນ,ເຄື່ອງພົ່ນຢາ ແລະ ອື່ນໆ.

ສຳລັບຢູ່ແຂວງຫຼວງພະບາງ ແມ່ນຍັງມີການລະບາດຂອງຕັກກະແຕນຝຸງຢູ່ 6 ເມືອງຄື: ເມືອງໂພນທອງ, ວຽງຄຳ, ເມືອງງອຍ, ປາກແຊງ, ປາກໂອ ແລະ ໂພນໄຊ, ຊຶ່ງມາຮອດປັດຈຸບັນ ຕັກກະແຕນໄດ້ກັດກິນ ແລະ ທຳລາຍພືດຜົນຂອງປະຊາຊົນແລ້ວ ຫຼາຍກວ່າ 117 ເຮັກຕາ ແລະ ຕັກກະແຕນ ໄດ້ມີການເຄື່ອນຍ້າຍ ເພື່ອທຳລາຍພືດຜົນຂອງປະຊາຊົນເພີ່ມຫຼາຍຂື້ນ, ຂະນະທີ່ພາກສ່ວນກ່ຽວຂ້ອງ ກໍຄືພະແນກກະສິກຳແຂວງ ກໍໄດ້ເອົາໃຈໃສ່ປາບ ແລະ ທຳລາຍຕັກກະແຕນ ຢູ່ເຂດທີ່ມີການລະບາດ ເຊັ່ນດຽວກັບແຂວງຫົວພັນ, ແຕ່ກໍສາມາດກຳຈັດໄດ້ ພຽງສ່ວນໜຶ່ງເທົ່ານັ້ນ, ເນື່ອງຈາກພົບຄວາມຍຸງຍາກ ໃນການກຳຈັດຄື: ເວລາສີດຢາຂ້າຕັກກະແຕນ ໄດ້ບິນຂີ້ນໄປຢູ່ໃນທີ່ສູງ ເຮັດໃຫ້ການພົ່ນຢາບໍ່ສາມາດເຂົ້າເຖິງ, ບວກກັບຕັກກະແຕນໄດ້ມີການວາງໄຂ່ ຂະຫຍາຍພັນເພີ່ມຂຶ້ນເລື້ອຍໃນແຕ່ລະໄລຍະ, ຈຶ່ງຍາກທີ່ຈະກຳຈັດໃຫ້ໝົດ, ແຕ່ໜ່ວຍງານກ່ຽວຂ້ອງ ກໍເອົາໃຈໃສ່ຢ່າງເຕັມທີ່ແລ້ວ, ຂະນະທີ່ງົບປະມານ ແລະ ນ້ຳຢາພົ້ນຂ້າຕັກກະແຕນແມ່ນບໍ່ພຽງພໍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...