spot_img
Homeຂ່າວຕ່າງປະເທດຍີ່ປຸ່ນ ກຽມຊື້ເຮືອບິນຂັບໄລ່ F-35 ນໍາອາເມລິກາ 42 ລໍາ

ຍີ່ປຸ່ນ ກຽມຊື້ເຮືອບິນຂັບໄລ່ F-35 ນໍາອາເມລິກາ 42 ລໍາ

Published on

ລັດຖະບານ ຍີ່ປຸ່ນ ເຜີຍຮ່າງແຜນເສີມສັກກາຍະພາບໃນໄລຍະເວລາ 5 ປີ ລວມເຖິງການສັ່ງຊື້ເຮືອບິນຂັບໄລ່ F-35 ຊຸດໃຫຍ່ຈໍານວນ 42 ລໍາດ້ວຍເວລາ 1 ທົດສະວັດຕໍ່ຈາກນີ້ໄປ ຊິ່ງສື່ທ້ອງຖິ່ນປະເມີນລາຍການສັ່ງຊື້ສະເພາະເຄື່ອງບິນ F-35A ອາດຈະສູງກວ່າ 1 ລ້ານເຍນ.

ສໍານັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 18 ທັນວາ 2018 ວ່າ: ທີ່ປະຊຸມຄະນະລັດຖະມົນຕີຍີ່ປຸ່ນຕອນເຊົ້າວັນດຽວກັນ ໄດ້ອະນຸມັດຮ່າງແຜນຍຸດທະສາດດ້ານຄວາມໝັ້ນຄົງໃນໄລຍະເວລາ 5 ປີຕໍ່ໜ້າ ໂດຍມີເນື້ອໃນສໍາຄັນເຖິງການຍົກລະດັບສັກກາຍະພາບເຮືອບິນບັນທຸກເຮລີຄອບເຕີຣ ເຊິ່ງປັດຈຸບັນມີ 2 ລໍາ ຄື: ຄາງະ ແລະ ອີຊຸໂມະ ທີ່ສາມາດບັນທຸກເຮືອບິນຮົບ ແລະ ເຮືອບິນຂັບໄລ່ທີ່ມີຄວາມຫຼາກຫຼາຍຂຶ້ນ.

ຂະນະດຽວກັນ, ຄະນະລັດຖະມົນຕີ ນາຍົກລັດຖະມົນຕີ ຊິນໂຊ ອາເບະ ມີແຜນກຽມສັ່ງຊື້ເຮືອບິນຂັບໄລ່ F-35B ຊຸດໃຫຍ່ ຈໍານວນ 42 ລໍາດ້ວຍເວລາ 1 ທົດສະວັດ ໂດຍເປັນຄົນລະສ່ວນກັບການສັ່ງຊື້ເຄື່ອງບິນຂັບໄລ່ F-35A ຫຼາຍເຖິງ 105 ລໍາ ລວມເຖິງການຊື້ເຮືອດໍານໍ້າ ແລະ ລະບົບເຣດາຣລຸ້ນໃໝ່ອີກດ້ວຍ ເຊິ່ງສື່ທ້ອງຖິ່ນປະເມີນລາຍການສັ່ງຊື່ສະເພາະເຄື່ອງບິນ F-35A ອາດຈະສູງກວ່າ 1 ລ້ານເຍນ ປະມານ 74.800.000 ກີບ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ຮູບພາບຈາກ: miamiflightacademy.com

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...