spot_img
Homeຂ່າວຕ່າງປະເທດຊີເຣຍອ້າງອິສຣາເອລໂຈມຕີຖານປະຕິບັດການວິທະຍາສາດ

ຊີເຣຍອ້າງອິສຣາເອລໂຈມຕີຖານປະຕິບັດການວິທະຍາສາດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ດາມັສກັສ ປະເທດ ຊີເຣຍ ເມື່ອວັນທີ 8 ກັນຍາ 2017 ວ່າສູນສຶກສາ ແລະ ວິໄຈວິທະຍາສາດຂອງຊີເຣຍ (ເອສເອສອາຣຊີ) ລາຍງານວ່າເຮືອບິນຮົບຂອງກອງທັງອິສຣາເອລ ຈຳ ນວນໜຶ່ງບຸກເຂົ້າຍິງຂີປະນາວຸດຜ່ານນ່ານຟ້າຂອງເລບານອນ ເຂົ້າມາໂຈມຕີໜຶ່ງໃນຖານປະຕິບັດການຂອງເອສເອສອາຣຊີ ທີເມືອງ ມາສຢາຟ ໃນແຂວງ ຮາມາ ທາງຕະເວັນຕົກສຽງເໜືອຂອງປະເທດ ເມື່ອງຊ່ວງຕອນເຊົ້າຂອງວັນພະຫັດຕາມເວລາທ້ອງຖິ່ນ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າໜັກ ແລະ ເຮັດໃຫ້ມີເຈົ້າໜ້າທີ່ປະຈຳການສູນເສຍຊີວິດຢ່າງໜ້ອຍ 2 ຄົນ

ທ່ານ ເອວິກດໍຣ ລີເບີແມນ ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິສຣາເອລ ກ່າວເຖິງເຫດການທີ່ເກີດຂຶ້ນພຽງວ່າ ອິສຣາເອລພ້ອມເຮັດທຸກວິທີທາງເພື່ອປົກປ້ອງປະຊາຊົນຂອງຕົນເອງຈາກອັນຕະລາຍຮອບດ້ສນ ດ້ວຍການບໍ່ເປີດໂອກາດໃຫ້ ແນວຮ່ວມຊີອະຈາກເຕຫະຣານໃນດາມັສກັສ ໄດ້ມີເວລາກຽມຕົວຮຸກຮານອິສຣາເອລໄດ້ຢ່າງເດັດຂາດ ໂດຍທາງການອິສຣາເອລບໍ່ໄດ້ຍອມຮັບກັບຄຳກ່າວຫາ ແລະ ບໍ່ໄດ້ປະຕິເສດຄືກັນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...