spot_img
Homeປະເພນີ-ວັດທະນະທຳຄວາມເປັນມາຂອງບຸນປີໃໝ່ລາວ

ຄວາມເປັນມາຂອງບຸນປີໃໝ່ລາວ

Published on

db3c3c41db567cb432ab683bb772b5e2_L

ບຸນ­ປີ­ໃໝ່​ລາວ ຫຼື ເອີ້ນ​ວ່າ: ສົງ­ການ ເປັນ​ບຸນ​ປະ­ເພ­ນີ​ອີກ​ອັນໜຶ່ງ​ຂອງ​ປະ­ຊາ­ຊົນ​ລາວ​ທີ່​ສືບ​ທອດກັນ​ມາ ແຕ່​ປູ່​ຍ່າ​ຕາ​ຍາຍ ແລະ​ກໍ​ເປັນການ​ສົ່ງ​ທ້າຍ​ປີ​ເກົ່າ

ຕ້ອນ­ຮັບ​ປີ​ໃໝ່ ຊຶ່ງ​ປີ​ນີ້​ກໍ​ແມ່ນ​ສົ່ງ​ທ້າຍ​ປີ​ເກົ່າ ພສ 2558 ແລະ​ຕ້ອນ­ຮັບ​ປີ​ໃໝ່ ພສ 2559 ໂດຍ​ທົ່ວ​ໄປ​ແລ້ວ​ແມ່​ເລີ່ມ  ແຕ່​ວັນ​ທີ14-16 ຂອງ​ເດືອນ​ເມ­ສາ ຊຶ່​ິ່ງ​ເປັນ​ເດືອນ​ທີ່​ຮ້ອນ​ທີ່​ສຸດ​ໃນ​ຮອບ ປີ ໂດຍ​ມີ​ການ​ກະ­ກຽມ​ດອກ​ໄມ້, ນ້ຳ​ຫອມ ເພື່ອ​ຫົດ­ສົງ​ພະ​ພຸດ​ທະ​ຮູບ ແລະ​ຫົດ​ນ້ຳ​ເຊິ່ງ​ກັນ ແລະ​ກັນ ເພື່ອຮັບ​ເອົາ​ສິ່ງ​ດີ​ເຂົ້າ​ມາ​ໃນ​ຊີ­ວິດ ແລະທີ່​ເປັນ​ປະ­ເພ­ນີ​ທີ່​ສືບ​ເນື່ອງ​ກັນ​ມາ ແຕ່​ບູ­ຮານ​ນະ​ການ.

ບຸນ­ປີ­ໃໝ່​ລາວ ແກ່​ເປັນ​ເວ­ລາ 3 ວັນ​ຄື: ( ປີ​ນີ້​ມີ 4 ວັນ) ວັນ​ສັງ ຂານ​ລ່ວງ ຊຶ່ງ​ໝາຍ​ເຖິງ​ວັນ​ສົ່ງ ທ້າຍ​ປີ​ເກົ່າ, ວັນ​ເນົາ ຊຶ່​ິ່ງ​ໝາຍ ເຖິງ​ວັນ​ລະ­ຫວ່າງ​ກາງ ແລະ​ວັນສັງ­ຂານ​ຂຶ້ນ​ແມ່ນ​ວັນ​ເລີ່ມ​ຕົ້ນ​ຂອງ ປີ​ໃໝ່​ກ່ຽວ​ກັບ​ວັນ​ບຸນ­ປີ­ໃໝ່​ລາວ ຫຼື ວ່າ​ວັນ​ສົງ­ການ​ນີ້ ມີ​ນິ­ທານ​ເລື່ອງ ໜຶ່ງ​ໄດ້​ກ່າວ​ໄວ້​ວ່າ: ກາ­ລະ​ຄັ້ງ​ໜຶ່ງ ນານ​ມາ​ແລ້ວ​ມີ​ລູກ​ເສດ­ຖີ​ຄົນ​ໜຶ່ງ ຊື່: ທຳ​ມະ​ປະ­ລະ​ກຸມ­ມານ (ທຳ​ມະ ບານ​ກຸມ­ມານ) ເປັນ​ຄົນ​ມີ​ຄວາມ ຮູ້, ສະ­ຫຼາດ​ຫຼັກ­ແຫຼມ ແລະ​ສາ­ມາດ ເຂົ້າ­ໃຈ​ພາ­ສາ​ນົກ​ໄດ້ ລາວ​ໄດ້​ອອກ ທ່ຽວ​ສອນ​ທຳ​ມະ ແລະ​ຄວາມ​ຮູ້ ໃຫ້​ແກ່​ປວງ​ຊົນ​ທັງ­ຫຼາຍ ຊຶ່ງ​ເຮັດ ໃຫ້​ຄົນ​ທັງ­ຫຼາຍ​ເຫຼື້ອມ​ໃສ​ສັດ­ທາ ແລະ​ເຄົາ­ລົບ​ນັບ­ຖື​ຈົນ​ມີ​ຊື່​ສຽງ ເລື່ອງ​ລື​ໄປ​ທົ່ວ​ພິ­ພົບ ຈົນ​ເຮັດ​ໃຫ້ ພະ­ຍາ​ກະ­ບິນ​ລະ​ພົມ ຢາກ​ທົດ​ສອບ ຄວາມ​ຮູ້, ຄວາມ​ສາ­ມາດ, ຄວາມ ສະ­ຫຼຽວ​ສະ­ຫຼາດ ຂອງ​ທຳ​ມະ​ບານ ກຸມ­ມານ ພະ­ຍາ​ກະ­ບິນ​ລະ​ພົມ ຈິ່ງ ໄດ້​ສະ­ເດັດ​ລົງ​ມາ​ທາ ທ້າວ ທຳ​ມະບານ​ກຸມ­ມານ ແລະ​ໄດ້​ຕັ້ງ​ຄຳ​ຖາມ ຂຶ້ນ 3 ຂໍ້​ຄື:

  1. ຕອນ​ເຊົ້າ ສີ​ລິ​ຂອງ​ຄົນ​ຢູ່ ໃສ?
  2. ຕອນ​ທ່ຽງ ສີ​ລິ​ຂອງ​ຄົນ​ຢູ່ ໃສ?
  3. ຕອນ​ຄ່ຳ ສີ​ລິ​ຂອງ​ຄົນ​ຢູ່​ໃສ?

ໂດຍ​ໄດ້​ວາງ​ເງື່ອນ­ໄຂ​ໄວ້​ວ່າ: ຖ້າ​ຕອບ​ບໍ່​ໄດ້ ພະ­ຍາ​ກະ­ບິນ​ລະ​ພົມ ຈະ​ຕັດ​ຫົວ ທ້າວ ທຳ​ມະ​ບານ​ກຸມມານ, ຖ້າ​ຫາ​ກວ່າ​ຕອບ​ໄດ້ ພະ­ຍາ ກະ­ບິນ​ລະ​ພົມ ຈະ​ຕັດ​ຫົວ​ຕົນ​ເອງ ແລະ​ໃຫ້​ເວ­ລາ​ແກ່​ທ້າວ ທຳ​ມະ​ບານກຸມ­ມານ ໄປ​ຄົ້ນ​ຄິດ 7 ວັນ ພໍ​ເຖິງເວ­ລາ 3 ວັນ ທ້າວ ທຳ​ມະ​ບານ ກຸມ­ມານ ກໍ​ຍັງ​ຄິດ​ຫາ​ຄຳ​ຕອບ​ບໍ່​ໄດ້ ຈິ່ງ​ຄິດ​ວ່າ​ຕົນ​ເອງ​ຈະ​ຕາຍ​ຍ້ອນ​ຄົມ ດາບ ຂອງ​ພະ­ຍາ​ກະ­ບິນ​ລະ​ພົມ ເພື່ອປະ­ໂຫຍດ​ອັນ​ໃດ​ຕົນ​ຈະ​ໜີ​ໄປ​ຕາຍ ເອົາ​ດາບ​ໜ້າ ຈະ​ບໍ່​ດີ​ກວ່າ​ບໍ​ເວົ້າ ແລ້ວ​ລາວ​ກໍ​ອອກ​ເດີນ­ທາງ​ພໍ​ຮອດເວ­ລາ​ຄ່ຳ​ແລງ​ມາ ແລະ​ຕົນ​ເອງ​ກໍຮູ້​ສືກ​ອິດ­ເມື່ອຍ ຈິ່ງ​ໄດ້​ໄປ​ນອນ​ຢູ່ ກ້ອງ​ຕົ້ນ​ຕານ ໃນ​ຊ່ວງ​ເວ­ລາ​ນັ້ນ​ກໍ ໄດ້​ຍິນ​ສຽງ​ນົກ​ອິນ​ຊີ​ຜົວ​ເມຍ​ຄູ່​ໜຶ່ງ ຊຶ່ງ​ອາ­ໄສ​ຢູ່​ເທິງ​ຕົ້ນ​ຕານ​ລົມ​ກັນ ນົກ​ຕົວ​ເມຍ​ໄດ້​ຖາມ​ຜົວ​ວ່າ: ມື້­ອື່ນ ນີ້​ພວກ​ເຮົາ​ຈະ​ເອົາ​ອັນ​ໃດ​ມາ​ເປັນ ອາ­ຫານ ນົກ​ຕົວ​ຜົວ​ຈິ່ງ​ຕອບ​ວ່າ: ຈະ​ກິນ​ຊາກ​ສົບ​ຂອງ ທ້າວ ທຳ​ມະ​ບານ​ກຸມ­ມານ ທີ່​ພະ­ຍາ​ກະ­ບິນ​ລະ ພົມ​ຈະ​ຂ້າ​ຕັດ​ຄໍ ເພາະ​ຕອບ​ຄຳ​ຖາມ ບໍ່​ໄດ້, ເມື່ອ​ນົກ​ຕົວ​ເມຍ​ຖາມ​ວ່າ​ຄຳ​ຖາມ​ນັ້ນ​ເປັນ​ຄື​ແນວ­ໃດ ນົກ​ຕົວ​ຜົວ ກໍ​ເລີຍ​ເວົ້າ​ສູ່​ເມຍ​ຟັງ ແລະ​ບອກ​ຄຳ ຕອບ​ພ້ອມ​ຄື: ຕອນ​ເຊົ້າ ສີ​ລິ ຂອງ ຄົນ​ຢູ່​ທີ່​ໜ້າ ເພາະ­ສະ­ນັ້ນ​ຕອນ​ເຊົ້າ ຄົນ​ທັງ­ຫຼາຍ​ຈິ່ງ​ເອົາ​ນ້ຳ​ສວ່າຍ​ໜ້າ, ຍາມ​ທ່ຽງ ສີ​ລິ ຂອງ​ຄົນ​ຢູ່​ທີ່​ເອິກ​ຄົນ ທັງ­ຫຼາຍ​ຈິ່ງ​ເອົາ​ນ້ຳ​ລູບ​ເອິກ ແລະຕອນ​ຄ່ຳ ສີ​ລິ ຂອງ​ຄົນ​ຢູ່​ຕີນ​ຄົນ​ທັງ ຫຼາຍ​ຈິ່ງ​ເອົາ​ນ້ຳ​ລ້າງ​ຕີນ ໃນ​ເວ­ລາຈະ​ເຂົ້າ​ນອນ ເມື່ອ​ທ້າວ ທຳ​ມະ ບານ​ກຸມ­ມານ ໄດ້​ຍິນ​ແນວ​ນັ້ນ ກໍ​ດີ ອົກ​ດີ­ໃຈ ແລະ​ກໍ​ຈື່​ຈຳ​ເອົາ​ແລ້ວ​ກໍ ກັບ​ຄືນ​ມາ​ປະ­ສາດ​ຂອງ​ຕົນ​ເມື່ອ ເຖິງ​ເວ­ລາ​ກຳ­ນົດ​ໝາຍ​ໃນ​ການ ຕອບ​ຄຳ​ຖາມ ກຳ­ມະ­ບານ ກຸມ­ມານກໍ​ສາ­ມາດ​ຕອບ​ໄດ້​ທັງ 3 ຂໍ້ ທີ່​ພະ­ຍາ ກະ­ບິນ​ລະ​ພົມ ໄດ້​ຕັ້ງ​ຄຳ​ຖາມ​ໄວ້.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...