spot_img
Homeຂ່າວເຫດການກົມຄຸ້ມຄອງ-ພັດທະນາທີ່ດິນກະສິກຳ ບໍ່ມີສິດ ແລະ ຫ້າມທີ່ຈະແບ່ງປັນທີ່ດິນ

ກົມຄຸ້ມຄອງ-ພັດທະນາທີ່ດິນກະສິກຳ ບໍ່ມີສິດ ແລະ ຫ້າມທີ່ຈະແບ່ງປັນທີ່ດິນ

Published on

824167-600x448
(ພາບ​ປະ​ກອບ)

ກົມ​ຄຸ້ມ​ຄອງ ແລະ ພັດ​ທະ​​ນາ​ທີ່​ດິນ​ກະສິກຳ ກະຊວງ​ກະສິກຳ ແລະ ປ່າໄມ້ ບໍ່​ມີ​ສິດ​ທີ່​ຈະ​ແບ່ງປັນ ແລະ ຫ້າມ​ບໍ່​ໃຫ້​ມີ​ການແບ່ງປັນ​ຕອນ​ດິນ​ໃຫ້​ແກ່​ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ​ຕ່າງໆ ແຕ່​ມີ​ພາລະ​ບົດບາດເປັນໃຈກາງ​ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ສຳ​ຫຼວດ, ຈັດ​ສັນ, ກຳນົດ, ແບ່ງ​ເຂດ​ທີ່​ດິນ​ກະສິກຳ, ຄຸ້ມ​ຄອງ​ການ​ນຳ​ໃຊ້ປົກ​ປັກ​ຮັກສາ, ບູລະນະ ແລະ ປັບປຸງ​ດິນ, ການ​ທົດ​ລອງ​ສາທິດ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ປັບປຸງ​ດິນ ແລະ ນຳ​ໃຊ້​ດິນ​ທີ່​ເໝາະ​ສົມ ແນໃສ່​ຄຸ້ມ​ຄອງ ແລະ ພັດ​ທະນາ​ທີ່​ດິນ​ກະສິກຳ​ໃຫ້​ມີ​ປະ​ສິດທິ​ຜົນ ແລະ ຢືນ​ຍົງ.

ທ່ານ ອາ​ນຸ​ລາດ ຈັນທະ​ວົງສາ ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ ແລະ ພັດທະນາ​ທີ່​ດິນ​ກະສິກຳ ໄດ້​ຕອບ​ຂໍ້​ຊັກ​ຖາມ​ສາຍ​ດ່ວນ​ຂອງ​ສະພາ​ແຫ່ງ​ຊາດ ໃນ​ວັນ​ທີ 13 ມັງກອນ 2015 ທີ່​ສະພາ​ແຫ່ງ​ຊາດ ຕໍ່​ກັບ​ບັນຫາ​ທີ່​ພະນັກງານ​ບຳນານ​ຢູ່​ແຂວງ​ຊຽງ​ຂວາງ ສະເໜີ​ວ່າ “ທີ່​ດິນ​ທຳ​ການ​ຜະລິດໃນ​ປັດຈຸບັນ ສ່ວນ​ຫຼາຍ​ມີ​ແຕ່​ພະນັກງານ​ຂັ້ນ​ສູງ ໄດ້​ດິນ​ເປັນ​ຈຳນວນ​ຫຼວງຫຼາຍ​ແຕ່​ທີ່​ດິນ​ທີ່​ປະຊາຊົນ​ທຳ​ການຜະລິດ​ກະສິກຳ ແມ່ນ​ຕ້ອງ​ໄດ້​ຊື້​ໃນ​ລາຄາ​ແພງ”. ຕໍ່​ບັນຫາ​ດັ່ງກ່າວ ​ເຫັນ​ວ່າການ​ສະເໜີ​ຜ່ານ​ສາຍ​ດ່ວນ​ນັ້ນ ມີ​ລັກສະນະ​ກວມ​ລວມ, ບໍ່​ສະເພາະ​ເຈາະ​ຈົງ​ວ່າ​ຢູ່​ຈຸດ​ໃດ, ບ້ານ​ໃດ ແລະ ເມືອງ​ໃດ ເພື່ອ​ທີ່​ຈະ​ໃຫ້ວິຊາ​ການ​ກ່ຽວຂ້ອງ​ລົງ​ໄປ​ຕິດຕາມ​ກວດກາ ເພື່ອ​ຈະ​ໄດ້​ຕອບ​ຂໍ້​ຂ້ອງ​ໃຈ​ໃຫ້​ຊັດ​ເຈນ ແຕ່​ຢ່າງໃດ​ກໍ່​ຕາມ ກົມ​ຄຸ້ມ​ຄອງ ແລະ ພັດທະນາ​ທີ່​ດິນ​ກະສິກຳ ກໍ່​ໄດ້​ປະສານ​ໄປ​ຕາມ​ສາຍ​ຕັ້ງ​ຢູ່​ຂັ້ນ​ທ້ອງຖິ່ນ ແຕ່​ຍັງ​ບໍ່​ຮູ້​ວ່າ ຢູ່​ຈຸດ​ໃດ​ຂອງ​ແຂວງ​ຊຽງ​ຂວາງ, ສະນັ້ນ​ຈິ່ງ​ບໍ່​ທັນ​ໃຫ້​ຄຳ​ກະຈ່າງ​ແຈ້ງ​ໄດ້​ເທົ່າ​ທີ່​ຄວນ.

ທ່ານ ອາ​ນຸ​ລາດ ຈັນທະ​ວົງສາ ກ່າວ​ອີ​ກວ່າ: ອີງໃສ່​ພາລະ​ບົດບາດ ແລະ ໜ້າທີ່​ຂອງ​ກົມ​ຄຸ້ມຄອງ ແລະ ພັດທະນາ​ທີ່​ດິນ​ກະສິກຳ ແມ່ນ​ບໍ່​ມີສິດ​ທີ່​ຈະ​ແບ່ງປັນ ແລະ ຫ້າມ​ບໍ່​ໃຫ້​ມີ​ການ​ແບ່ງປັນ​ຕອນ​ດິນ​ໃຫ້​ແກ່​ບຸກຄົນ, ນິຕິ​ບຸກຄົນ ແລະ ການຈັດຕັ້ງ​ຕ່າງໆ. ນອກຈາກ​ອຳນາດ​ການ​ປົກຄອງ​ທີ່​ກ່ຽວຂ້ອງ ບົນ​ພື້ນຖານ​ກົດໝາຍ ແລະ ລະບຽບ​ການ​ທີ່​ກຳນົດ​ໄວ້ ເພາະວ່າ​ທີ່​ດິນ​ແຕ່​ລະ​ປະເພດ ແມ່ນ​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ບ່ອນ​ທີ່​ດິນ​ດັ່ງກ່າວ​ຕັ້ງ​ຢູ່​ວ່າ​ຈະ​ຈັດ​ແບ່ງ​ແນວໃດ. ສຳລັບ​ກົມ​ຄຸ້ມ​ຄອງ ແລະ ພັດທະນາ​ທີ່​ດິນ​ກະສິກຳ ແມ່ນ​ມີໜ້າ​ທີ່​ທາງ​ດ້ານ​ວິຊາ​ການ, ຕອບ​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ແຕ່​ລະ​ປະເພດ​ດິນ ທີ່​ມີ​ຄວາມ​ຕ້ອງການ​ຈະ​ປູກ​ພືດ​ຊະນິດ​ໃດ ຈຶ່ງ​ມີ​ຄວາມ​ເໝາະ​ສົມ ແລະ ໃຫ້​ຂໍ້​ແນະນຳ​ໃນ​ການ​ໃຊ້​ຝຸ່ນ​ຊະນິດ​ໃດ, ໃນ​ອັດຕາ​ສ່ວນ​ເທົ່າໃດ ເພື່ອ​ໃຫ້​ມີ​ຜົນ​ຜະລິດ​ສູງ.

ໃນ​ໂອກາດ​ນີ້, ທ່ານ​ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ ແລະ ພັດທະນາ​ທີ່​ດິນ​ກະສິກຳ ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ ​ທີ່​ມີ​ຂໍ້​ສະເໜີ​ຜ່ານ​ໂທລະສັບ​ສາຍ​ດ່ວນ​ຂອງ​ສະພາ​ແຫ່ງ​ຊາດ ຄວນ​ລະບຸ​ລາຍ​ລະອຽດ​ກ່ຽວ​ກັບ​ບັນຫາ​ ທີ່​ຈະ​ສະເໜີ​ໃຫ້​ຈະ​ແຈ້ງວ່າ​ບັນຫາ​ນັ້ນ​ເກີດ​ຂຶ້ນ​ຢູ່​ໃສ່, ຂົງເຂດ​ໃດ ເພື່ອ​ຈະ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ລົງ​ຕິດຕາມ​ກວດກາ​ຄືນ ​ວ່າ​ບັນຫາ​ດັ່ງກ່າວແມ່ນ​ຖືກຕ້ອງ​ກັບ​ຄວາມ​ເປັນ​ຈິງ​ແທ້ ຫຼື ບໍ່.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...