Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

Published on

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບ-ຮັບອາຄານໂຮງຮຽນ ບ້ານມົກກົກນ້ອຍ ທີ່ຂຶ້ນກັບເມືອງສຳພັນ ແຂວງຜົ້ງສາລີ, ໂດຍໄດ້ຮັບການຕ້ອນຮັບ ຈາກທ່ານ ສັນຕິ ແກ້ວຍະສານ ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ, ພ້ອມດ້ວຍການນໍາຂັ້ນແຂວງ, ການນໍາຂັ້ນເມືອງ, ພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານດັ່ງກ່າວ.

ທ່ານ ທອງຕື້ ເກຍສະບົງ ກໍາມະການພັກແຂວງ, ເລຂາພັກເມືອງສຳພັນ ໄດ້ຜ່ານບົດລາຍງານສະພາບການຈັດຕັ້ງ ປະຕິບັດວຽກງານໃນໄລຍະ 5 ປີ 2020-2024 ຜ່ານມາ ແລະ ທິດທາງ 5 ປີ 2025-2029, ວຽກງານຈຸດສຸມໃນປີ 2026. ຈາກນັ້ນທ່ານ, ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ທ່ານ ນິກສັນ ພົມມະວິຈິດ ປະທານ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ, ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງອາຄານຮຽນໂດຍຫຍໍ້, ໂຄງການກໍ່ສ້າງໂຮງຮຽນແຫ່ງ ນີ້ຖືເປັນຂອງຂວັນອັນລໍ້າຄ່າ.

ຈາກພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນແຫ່ງ ສປປ ລາວ ທີ່ມອບເປັນຂອງຂວັນແກ່ອົງການປົກຄອງແຂວງຜົ້ງສາລີ, ເຊິ່ງອົງການປົກຄອງແຂວງຜົ້ງສາລີ ຕົກລົງເຫັນດີ ເອກະພາບກັນອອກຂໍ້ຕົກລົງຂອງທ່ານເຈົ້າແຂວງຜົ້ງສາລີ ສະບັບເລກທີ 496 ຂຜລ, ລົງວັນທີ 5 ມິຖຸນາ 2025 ເຫັນດີໃຫ້ກໍ່ສ້າງໂຮງຮຽນ ຢູ່ບ້ານມົກກົກນ້ອຍ, ເມືອງສຳພັນ, ແຂວງຜົ້ງສາລີ ເຊິ່ງໂຄງການກໍ່ສ້າງດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງຕົວຈິງໃນວັນທີ 4/12/2025 ແລະ ໄດ້ສຳເລັດການກໍ່ສ້າງຢ່າງສົມບູນ ໃນວັນທີ 28/5/2026. ໂຮງຮຽນແຫ່ງນີ້ເປັນຕຶກອາຄານຊັ້ນດຽວ, ຂະໜາດອາຄານໂຮງຮຽນກວ້າງ 8 ແມັດ, ຍາວ 49 ແມັດ, ມີ 5 ຫ້ອງຮຽນ, 1 ຫ້ອງການຄູອາຈານ ແລະ 1 ຫ້ອງນໍ້າ, ສາມາດບັນຈຸນັກຮຽນໄດ້ 200 ຄົນ.

ໂຄງການກໍ່ສ້າງໂຮງຮຽນຫຼັງນີ້ ໄດ້ໃຊ້ແຜນຜັງການ ຄິດໄລ່-ອອກ ແບບກໍ່ສ້າງ ໂດຍຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ຮັບເໝົາກໍ່ສ້າງໂດຍ ບໍລິສັດມະນີ ຈັນຊັບການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ລວມມູນຄ່າທັງໝົດ: 3,300,000,000 ກີບ (ສາມຕື້ ສາມຮ້ອຍ ລ້ານກີບ). ພ້ອມທາງກ່າວມອບໂຄງການ ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ແລະ ພະແນກສຶກສາທິ ການ ແລະ ກິລາແຂວງ ກ່າວມອບໃຫ້ເລຂາພັກເມືອງເມືອງສຳພັນ, ພ້ອມນັ້ນ ທ່ານ ນິກສັນ ພົມມະວິຈິດ ປະທານ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ 5 ຕາແສງ ແລະ ໂຮງຮຽນ ບ້ານມົກກົກນ້ອຍ ເມືອງສຳພັນ ລວມມູນຄ່າທັງໝົດ 130,000.000 (ໜຶ່ງຮ້ອຍສາມສິບລ້ານກີບ).

ຈາກນັ້ນທ່ານ ນາຍົກລັດຖະມົນຕີ, ການນໍາແຂວງ-ການນໍາເມືອງ ໄດ້ຂຶ້ນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ, ພ້ອມທັງລົງ ຢ້ຽມຢາມເບິ່ງຕຶກອາຄານຮຽນ ແລະ ປູກຕົ້ນໄມ້ຕື່ມອີກ.

ຂໍ້ມູນຈາກ: ຂ່າວສານແຂວງຜົ້ງສາລີ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...