Homeຂ່າວພາຍ​ໃນ1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

Published on

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ) ກັບ ນະຄອນ ຫຼວງພະບາງ ດ້ວຍງົບປະມານທັງໝົດ 1,783 ລ້ານບາດ ໂດຍຈະດໍາເນີນງານຜ່ານສໍາອົງການຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ສພພ. ຫຼື NEDA) ຂອງໄທ
ໂຄງການດັ່ງກ່າວມີລາຍລະອຽດ ແລະ ເງື່ອນໄຂທີ່ສໍາຄັນດັ່ງນີ້:
ຮູບແບບການສະໜອງທຶນ ຈະແບ່ງອອກເປັນ 2 ສ່ວນເທົ່າກັນ ຄື 50% ແມ່ນງົບປະມານລາຍປີຂອງລັດຖະບານໄທ (ຕັ້ງແຕ່ປີ ພ.ສ. 2571-2574) ແລະ ອີກ 50% ແມ່ນໃຫ້ ສພພ. ກູ້ຢືມຈາກສະຖາບັນການເງິນພາຍໃນປະເທດ ເພື່ອມາປ່ອຍກູ້ຕໍ່ໃຫ້ແກ່ລັດຖະບານ ສປປ ລາວ
ລັກສະນະຂອງໂຄງການ ເປັນການກໍ່ສ້າງຂົວຄອນກຣີດເສີມເຫຼັກຂ້າມນໍ້າຂອງ ຄວາມຍາວປະມານ 500 ແມັດ ພ້ອມທັງກໍ່ສ້າງທາງເຊື່ອມຕໍ່ (Approach Road) ເພື່ອເຊື່ອມເຂົ້າກັບລະບົບເສັ້ນທາງຫຼັກ.
ເພື່ອເປັນການສະໜັບສະໜູນພາກທຸລະກິດຂອງໄທ, ໂຄງການນີ້ກຳນົດໃຫ້ຕ້ອງໃຊ້ຜູ້ຮັບເໝົາກໍ່ສ້າງ ແລະ ວິສະວະກອນທີ່ປຶກສາຈາກປະເທດໄທ ລວມທັງຕ້ອງເລືອກໃຊ້ວັດສະດຸກໍ່ສ້າງທີ່ຜະລິດໃນໄທບໍ່ຕໍ່າກວ່າ 50% ຂອງມູນຄ່າສັນຍາ.

ຮູບແບບການຊ່ວຍເຫຼືອຂອງລັດຖະບານໄທໃນໂຄງການນີ້ ບໍ່ແມ່ນການມອບເງິນໃຫ້ລ້າໆ (Grant) ແຕ່ເປັນ ການປ່ອຍກູ້ຢືມດອກເບ້ຍຕໍ່າ ບວກກັບ ການໃຫ້ລ້າບາງສ່ວນ ເຊິ່ງມີລາຍລະອຽດ ແລະ ເງື່ອນໄຂຜົນປະໂຫຍດຕ່າງໆ ດັ່ງນີ້:

  1. ຮູບແບບການເງິນ (ກູ້ຢືມ + ໃຫ້ລ້າ)

ເງິນກູ້ຢືມດອກເບ້ຍຕໍ່າ (70%) ລັດຖະບານ ສປປ ລາວ ຕ້ອງໄດ້ຜ່ອນຊໍາລະຄືນໃຫ້ແກ່ຝັ່ງໄທຕາມກໍານົດເວລາ.

ເງິນຊ່ວຍເຫຼືອລ້າ (30%) ສ່ວນນີ້ແມ່ນໃຫ້ຟຣີ ໂດຍສ່ວນໃຫຍ່ຈະນໍາໄປໃຊ້ໃນການຈ້າງບໍລິສັດທີ່ປຶກສາ, ຄວບຄຸມງານກໍ່ສ້າງ ແລະ ບໍລິຫານໂຄງການ

ຂໍ້ມູນຈາກ: กรมประชาสัมพันธ์ สำนักนายกรัฐมนตรี ແລະ สำนักงานความร่วมมือพัฒนาเศรษฐกิจกับประเทศเพื่อนบ้าน (องค์การมหาชน) หรือ สพพ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...