Homeຂ່າວພາຍ​ໃນສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

Published on

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2 ເລື່ອງ, ເຊິ່ງມີຈຳເລີຍທັງໝົດ 10 ຄົນ ຍິງ 5 ຄົນ ທັງໝົດເປັນອະດີດພະນັກງານໃນຂົງເຂດທະນາຄານ.

ທ່ານ ນາງ ລິນດາມອນ ສີດາພອນ ຮັກສາການ ຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງສຳນວນຄະດີສໍ້ລາດບັງຫຼວງ ຄະດີທີ 1 ໃຫ້ຮູ້ວ່າ:

  1. ທ້າວ ຄຳພຸດ ອະດີດຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ( ຈໍາເລີຍ 1 ) ອາຍຸ 59 ປີ ຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ; 
  2. ທ້າວ ອ໋ອດ ພົນຊຽງດີ ອະດີດຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ( ຈໍາເລີຍ 2 ) ຢູ່ບ້ານ ວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

    ທັງສອງໄດ້ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ ເອົາເງິນຕາຕ່າງປະເທດໃນຄັງ ສຳຮອງຂອງທະນາຄານແຫ່ງ ສປປ ລາວ ອອກມາໃຫ້ບໍລິການແລກປ່ຽນໂດຍບໍ່ຈຳກັດວົງເງິນ, ສານລົງໂທດຕັດອິດສະລະພາບ ທ້າວ ຄໍາພຸດ ສິດທິລາດ ແລະ ທ້າວ ອ໋ອດ ຕະຫຼອດຊີວິດ ແລະ ປັບໃໝຜູ້ລະ 1% ຂອງມູນຄ່າຄວາມເສຍຫາຍ 2,296,456,087,286 ກີບ, ຮິບຊັບສິນ, ເງິນໃນບັນຊີ, ທີ່ດິນ, ແລະ ພາຫະນະ ຂອງພວກຈຳເລີຍ ເຂົ້າເປັນຂອງລັດ.

     ສຳລັບ ທ້າວ ອ໋ອດ ເນື່ອງຈາກເສຍຊີວິດໃນລະຫວ່າງດຳເນີນຄະດີ ການປະຕິບັດໂທດທາງອາຍາ ຈຶ່ງຕົກໄປ.

    

ຄະດີທີ 2:

  1 ທ້າວ ຄຳແກ້ວ ( ຈໍາເລີຍ1 ) ອາຍຸ 49 ປີ, ອະດີດພະນັກງານທະນາຄານ,  ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໄດ້ຊື້-ຂາຍເງິນຕາຕ່າງປະເທດກັບຜູ້ປະກອບການທຸລະກິດ ໂດຍບໍ່ສອດຄ່ອງກັບອັດຕາແລກປ່ຽນທີ່ໄດ້ກໍານົດໃນສັນຍາ ແລະ ເປັນຄະນະເກັບຊື້ເງິນຕາຕ່າງປະເທດໃນອັດຕາແລກປ່ຽນພິເສດ, ຊຶ່ງໄດ້ຜົນປະໂຫຍດຈາກບໍລິສັດ ເປັນເງິນຈໍານວນ 95,459.97 ໂດລາສະຫະລັດ ແລະ ຈໍານວນ 1,000,000 ບາດ; ພາຍຫຼັງທີ່ໄດ້ເງິນກໍໄດ້ນໍາໄປປ່ຽນຮູບດ້ວຍການຊື້ຊັບສິນຕ່າງໆ ແລະ ນໍາໄປຝາກທະນາຄານ, ຈໍາເລີຍ1 ມີຄວາມຜິດທາງອາຍາ  ຂໍ້ຫາ ການຟອກເງິນ ແລະ ການສໍ້ລາດບັງຫຼວງ ໃນສະຖານ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ສານຕັດສິນລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.

  1. ນາງ ຄໍາຫຼ້າ  ( ຈຳເລີຍ2 ) ອາຍຸ 39 ປີ, ອາຊີບອະດີດພະນັກງານທະນາຄານ ຢູ່ບ້ານ ນາແຄ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບເອົາເງິນສິນບົນຈາກບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟ ລວມເປັນເງິນທັງໝົດ ຈໍານວນ 180,000,000 ກີບ ເຊິ່ງມີຄວາມຜິດທາງອາຍາ ໃນຂໍ້ຫາ ການສໍ້ລາດບັງຫຼວງໃນສະຖານ ການຮັບສິນບົນ, ລົງໂທດຕັດອິດສະລະພາບ 7 ປີ, ແຕ່ຈໍາເລີຍ2 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 4 ປີ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
  2. ທ້າວ ບຸນລ້ວນ ( ຈຳເລີຍ 3 ) ອາຍຸ 59 ປີ, ອາຊີບ ອະດີດພະນັກງານທະນາຄານ, ຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໄດ້ຫາຜົນປະໂຫຍດໂດຍການຕໍ່ລອງກັບຜູ້ທີ່ມາສະເໜີຂໍແລກປ່ຽນເງິນຕາ, ຊຶ່ງໄດ້ຮັບຜົນປະໂຫຍດ ຈໍານວນ 24,125,783,450 ກີບ (ຊາວສີ່ຕື້ໜຶ່ງຮ້ອຍຊາວຫ້າລ້ານເຈັດແສນແປດສິບສາມພັນສີ່ຮ້ອຍຫ້າສິບກີບ), ຈາກນັ້ນ ກໍໄດ້ນໍາເງິນໄປປ່ຽນຮູບດ້ວຍການຊື້ຊັບສິນຕ່າງໆ ແລະ ລົງທຶນຮ່ວມທຸລະກິດ. ຈໍາເລີຍ3 ຈຶ່ງມີຄວາມຜິດທາງອາຍາ ໃນຂໍ້ຫາ ການຟອກເງິນ ແລະ ການສໍ້ລາດບັງຫຼວງ, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່, ເອົາຊັບຂອງລັດ, ລວມໝູ່ ແລະ ບຸກຄົນ, ລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
  3. ນາງ ສຸກທາດາ ( ຈໍາເລີຍ4 )ອາຍຸ 41 ປີ, ອາຊີບ ອະດີດພະນັກງານທະນາຄານ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີຄວາມຜິດທາງອາຍາ ໃນຂໍ້ຫາ ການສໍ້ລາດບັງຫຼວງ ໃນສະຖານ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ລົງໂທດຕັດອິດສະລະພາບ 20 ປີ, ແຕ່ຈໍາເລີຍ4 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 4 ປີ ຍັງເຫຼືອໂທດຕັດອິດສະລະພາບ 16 ປີ, ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
  4. ທ້າວ ຢ່າງຈຸ ຕົ່ງຊາ( ຈໍາເລີຍ5 ) ອາຍຸ 35 ປີ ອາຊີບ ອະດີດພະນັກງານທະນາຄານ ຢູ່ບ້ານສະພັງເມີກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ 6. ນາງ ມະນີລັກ  ( ຈໍາເລີຍ6 ) ອາຍຸ 35 ປີ ອາຊີບ ອະດີດພະນັກງານທະນາຄານ, ຢູ່ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ນາງ ວົງສາ  ( ຈໍາເລີຍ8 )ອາຍຸ 34 ປີ, ອາຊີບ ອະດີດພະນັກງານທະນາຄານ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ພວກກ່ຽວມີຄວາມຜິດທາງອາຍາ ໃນຂໍ້ຫາ ການຟອກເງິນ ແລະ ການສໍ້ລາດບັງຫຼວງ ໃນສະຖານການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ແລະ ບຸກຄົນ; ລົງໂທດຕັດອິດສະລະພາບ 20 ປີ, ແຕ່ຈໍາເລີຍ5,6,8 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 3 ປີ, ຍັງເຫຼືອໂທດຕັດອິດສະລະພາບ ຜູ້ລະ 17 ປີ ແລະ ປັບໃໝ ຜູ່ລະ 1% ຂອງມູນຄ່າຄວາມເສຍຫາຍ.
  5. ທ້າວ ບຸນຖົມ ( ຈໍາເລີຍ7 )ອາຍຸ 36 ປີ ອະດີດພະນັກງານທະນາຄານ ຢູ່ບ້ານດ່ານຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີຄວາມຜິດທາງອາຍາ ໃນຂໍ້ຫາ ການຟອກເງິນການ ແລະ ການສໍ້ລາດບັງຫຼວງ ໃນສະຖານການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ແລະ ບຸກຄົນ; ລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.
  6. ນາງ ສຸທິດາ ( ຈໍາເລີຍ9 ) ອາຍຸ 30 ປີ ອາຊີບ ອະດີດພະນັກງານທະນາຄານ ຢູ່ບ້ານ ສະພັງເມີກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ມີຄວາມຜິດ ໃນຂໍ້ຫາ ການສໍ້ລາດບັງຫຼວງ ໃນສະຖານ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ລົງໂທດຕັດອິດສະລະພາບ 20 ປີ, ແຕ່ຈໍາເລີຍ 9 ມີຄວາມຈິງໃຈໃຊ້ແທນຄວາມເສຍຫາຍ, ຈຶ່ງຫຼຸດຜ່ອນໂທດ 4 ປີ, ຍັງເຫຼືອໂທດຕັດອິດສະລະພາບ 16 ປີ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ.

   ນອກຈາກນີ້, ຍັງໄດ້ລົງໂທດຮິບຊັບພວກຈໍາເລີຍ ເຊັ່ນ: ເງິນໃນບັນຊີ, ທີ່ດິນ ແລະ ພາຫະນະ ເຂົ້າເປັນຂອງລັດ.

ແຫຼ່ງທີ່ມາ:​ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...