spot_img
Homeຂ່າວທ້ອງຖິ່ນກົດໝາຍທີ່ດິນສະບັບປັບປຸງຄົນຕ່າງປະເທດຈະມີສິດຄອບຄອງພື້ນທີ່ ໃນຕຶກຄອນໂດມີນຽມໄດ້

ກົດໝາຍທີ່ດິນສະບັບປັບປຸງຄົນຕ່າງປະເທດຈະມີສິດຄອບຄອງພື້ນທີ່ ໃນຕຶກຄອນໂດມີນຽມໄດ້

Published on

ເວັບໄຊຂ່າວ ລາວທຽນທາມ ລາຍງານເມື່ອວັນທີ 22 ກັນຍາ 2020 ວ່າ ກົດໝາຍທີ່ດິນສະບັບປັບປຸງ ຈະສາມາດໃຫ້ຄົນຕ່າງປະເທດ ມີສິດຄອບຄອງພື້ນທີ່ ໃນຕຶກຄອນໂດມີນຽມໄດ້ ຕາມອາຍຸການໃຊ້ງານຂອງຕຶກ.

ກົດໝາຍວ່າດ້ວຍທີ່ດິນສະບັບໃໝ່ ໄດ້ຖືກເຜີຍແຜ່ລົງໃນໜັງສືພິມ Lao Gazette ຢ່າງເປັນທາງການ ເຊິ່ງກົດໝາຍລາວ ສາມາດເຂົ້າເຖິງໄດ້ຜ່ານອິນເຕີເນັດ.

ມາດຕາ 132 ຂອງກົດໝາຍສະບັບປັບປຸງນີ້ ໄດ້ລະບຸໄວ້ວ່າ ຄົນຕ່າງຊາດສາມາດຊື້ ແລະ ເປັນເຈົ້າຂອງຕຶກຄອນໂດ ຢູ່ ສປປ ລາວ ໄດ້ຕາມອາຍຸການໃຊ້ງານຂອງຕຶກ.

ອີງຕາມບໍລິສັດທີ່ປຶກສາດ້ານກົດໝາຍນະຄອນຫຼວງ ໄດ້ລະບຸວ່າ ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງໄດ້ມອບສິດໃຫ້ທັງຄົນລາວ ແລະ ຄົນຕ່າງປະເທດໃນການຊື້ເຮືອນສ່ວນບຸກຄົນຂອງອາຄານທີ່ມີສິດນຳໃຊ້, ຂາຍ, ເຊົ່າເຮືອນ ແລະ ເປັນເຈົ້າຂອງກຳມະສິດ. ເຖິງແນວໃດກໍ່ຕາມຄວາມເປັນເຈົ້າຂອງໃນແຕ່ລະຫົວໜ່ວຍຈະບໍ່ສາມາດຖືສິດໄດ້ຖາວອນ ເຊິ່ງໄລຍະເວລາການເປັນເຈົ້າຂອງຄອນໂດແມ່ນຂຶ້ນກັບລັກສະນະຂອງກຳມະສິດໃນທີ່ດິນນັ້ນໆ.

ພາຍໃຕ້ກົດໝາຍສະບັບແກ້ໄຂນີ້ ຄົນຕ່າງຊາດຍັງສາມາດເປັນເຈົ້າຂອງສິດໃນການນຳໃຊ້ທີ່ດິນພາຍ ໃຕ້ສັນຍາເຊົ່າທີ່ດິນ ແລະ ສັນຍາສຳປະທານກັບພົນລະເມືອງລາວ ແລະ ລັດຖະບານ. ສິດໃນການຖືຄອງທີ່ດິນຈຳກັດໄວ້ທີ່ 30ປີ ແລະ 50ປີ ຕາມລຳດັບ ການເຊົ່າທີ່ດິນ ແລະ ສຳປະທານອາດຕໍ່ອາຍຸໄດ້ໂດຍໄດ້ຮັບຄວາມຍິນຍອມຈາກລັດຖະບານ ຫຼື ອຳນາດການປົກຄອງຂັ້ນແຂວງ ເຊິ່ງອີງຕາມມາດຕາ 117 ແລະ 120 ຂອງກົດໝາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...