spot_img
Homeຂ່າວຕ່າງປະເທດStan Smith ເກີບລຸ້ນໃໝ່ຈາກ Adidas ທີ່ເຮັດຈາກເຫັດ

Stan Smith ເກີບລຸ້ນໃໝ່ຈາກ Adidas ທີ່ເຮັດຈາກເຫັດ

Published on

ບໍລິສັດຜະລິດເກີບ Adidas ໄດ້ເປີດໂຕເກີບລຸ້ນໃໝ່ຍອດນິຍົມທີ່ມີຊື່ວ່າ: Stan Smith ທີ່ມາໃນຮູບແບບຂອງການຮັກໂລກ ໂດຍໜັງທຽມທີ່ໃຊ້ເຮັດເກີບແມ່ນມາຈາກວັດສະດຸທີ່ມີຊື່ວ່າ “Mylo” ເຊິ່ງເປັນວັດສະດຸທີ່ເກີດຈາກການນໍາເອົາໂຄງສ້າງຂອງຮາກເຫັດມາຜະລິດໃຫ້ມີລັກສະນະຄ້າຍຄືກັບໜັງທຽມເພື່ອເປັນມິດຕໍ່ກັບສິ່ງແວດລ້ອມ.

ນອກຈາກຈະເປັນມິດຕໍ່ກັບສິ່ງແວດລ້ອມແລ້ວຍັງໃຫ້ຄວາມຮູ້ສຶກນຸ້ມສະບາຍ ແລະ ຮາກເຫັດທີ່ໃຊ້ເປັນວັດສະດຸຫຼັກແມ່ນໃຊ້ເວລາໃນການເຕີບໃຫຍ່ພຽງແຕ່ 2 ອາທິດເທົ່ານັ້ນ. ແຕ່ເຖິງແມ່ນວ່າຈະຍັງເປັນພຽງແຕ່ຄວາມຄິດ ແຕ່ທາງບໍລິສັດ Adidas ໄດ້ບອກວ່າຈະນໍາມາຂາຍໃນໄວໆນີ້.

 

ແຫຼ່ງຂ່າວ: Marketeeronline

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...