SpaceX ສົ່ງຍານສົ່ງສິນຄ້າລຳເກົ່າໄປສະຖານີອາວະກາດນາຊ່າໄດ້ສຳເລັດເປັນຄັ້ງທຳອິດ

ເມື່ອບໍ່ດົນມານີ້ຫຼັງຈາກໄດ້ສ້າງປະຫວັດສາດນຳຈະຫຼວດ Falcon 9 ທີ່ໃຊ້ແລ້ວກັບມາໃຊ້ໃໝ່ໄດ້ສຳເລັດ SpaceX ກໍ່ໄດ້ສ້າງປະຫວັດສາດອີກຄັ້ງດ້ວຍການສົ່ງຍານຂົນສົ່ງສິນຄ້າ Dragon ທີ່ໄດ້ຮັບການຕົບແຕ່ງໃໝ່ກັບຂຶ້ນໄປທີ່ສະຖານີອາວະກາດນາຊ່າ ໄດ້ສຳເລັດອີກຄັ້ງ ຍານ Dragon ຖືກສົ່ງຂຶ້ນຈາກຖານອາວະກາດເຄນເນດີ ລັດຟໍຣິດາ ເມື່ອເວລາປະມານ 17.07 ນາທີ ຂອງວັນທີ 3 ມິຖຸນາ 2017 ທີ່ຜ່ານມາ ນີ້ຖືວ່າເປັນຄັ້ງທຳອິດໃນປະຫວັດສາດທີ່ຍານອາກາດແບບບໍ່ມີຄົນຄວບຄຸມລຳເກົ່າໄດ້ກັບໄປທີ່ສະຖານີອາວະກາດນານາຊາດອີກຄັ້ງ.

ຍານ Dragon ມີກຳນົດໄປຮອດສະຖານີອາວະກາດນານາຊາດໃນວັນອາທິດທີ 5 ມິຖຸນາ 2017 ທີ່ຜ່ານມາ ທ້ຽວບິນນີ້ຍານ Dragon ໄດ້ຂົນສົ່ງເຄື່ອງໃຊ້ ແລະ ຊຸດການທົດລອງໃຫ້ກັບນາຊ່າ ເຊິ່ງມີນ້ຳໜັກລວມ 2,721 ກກ. ຕາມພາລະກິດທີ່ມີຊື່ວ່າ Commercial Resupply Services mission (CRS-11) ນາຊ່າບອກວ່າໃນຂະນະທີ່ຍານ Dragon ກຳລັງເດີນທາງໄປທີ່ສະຖານີອາວະກາດນານາຊາດ ຍານຂົນສົ່ງສິນຄ້າແບບບໍ່ມີຄົນຄວບຄຸມອີກລຳໜຶ່ງທີ່ມີຊື່ Orbital ATK Cygnus ກໍ່ຈະຖືກປ່ອຍອອກຈາກສະຖານີມຸ່ງໜ້າສູ່ວົງໂຄຈອນ ແລະ ຈະເຜົາໄໝ້ໃນຊັ້ນບັນຍາກາດຂອງໂລກບໍລິເວນເໜືອມະຫາສະໝຸດແປຊີຟິກໃຕ້.