spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງຫົວໃຈເຕັ້ນຜິດຈັງຫວະ

ອາການຂອງຫົວໃຈເຕັ້ນຜິດຈັງຫວະ

Published on

ພາວະຫົວໃຈເຕັ້ນຜິດຈັງຫວະ ຄື ການທີ່ຫົວໃຈເຕັ້ນບໍ່ເປັນຈັງຫວະຕາມທຳມະຊາດ ໂດຍອາດເຕັ້ນໄວເກີນໄປ ຫຼື ຊ້າເກີນໄປ ເຊິ່ງເປັນຜົນມາຈາກການປ່ຽນແປງຂອງກະແສໄຟຟ້າໃນຫົວໃຈ ຫຼື ເກີດໄຟຟ້າລັດວົງຈອນໃນຫ້ອງຫົວໃຈ ເຮັດໃຫ້ການສູບສີດເລືອດໄປສ່ວນຕ່າງໆ ຂອງຮ່າງກາຍ ບໍ່ມີປະສິດທິພາບເທົ່າທີ່ຄວນ ແລະ ອາດສົ່ງຜົນໃຫ້ຜູ່ປ່ວຍມີພາວະສ່ຽງຕໍ່ພາວະຫົວໃຈລົ່ມເຫຼວ ຫຼື ຫຼອດເລືອດສະໝອງອຸດຕັນເພີ່ມຫຼາຍຂຶ້ນ.
ໂດຍສ່ວນຫຼາຍຜູ່ປ່ວຍພາວະຫົວໃຈເຕັ້ນຜິດຈັງຫວະຈະບໍ່ຮູ້ຕົວເອງວ່າມີບັນຫາ ໂດຍມັກພົບພາວະນີ້ຈາກການກວດສຸຂະພາບ ຫຼື ປ່ວຍດ້ວຍໂຣກອື່ນແລ້ວມາພົບແພດ ແຕ່ໃນຜູ້ປ່ວຍບາງຄົນອາດມີອາການປະກົດໃຫ້ສັງເກດໄດ້ດັ່ງນີ້:
ອາການຂອງພາວະຫົວໃຈເຕັ້ນຜິດຈັງຫວະ
  • ວິນຫົວ
  • ໜ້າມືດ
  • ຕາລາຍ
  • ໃຈສັ່ນ
  • ຫາຍໃຈຕິດຂັດ
  • ເຈັບແໜ້ນບໍລິເວນໜ້າເອິກ
  • ເປັນລົມ ໝົດສະຕິ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...