spot_img
Homeຂ່າວຕ່າງປະເທດRice Bucket Challenge ກະແສໃໝ່ໃນອິນເດຍ ປ່ຽນຈາກທ້າຫົດນ້ຳ ມາທ້າບໍລິຈາກເຂົ້າສານແທນ!

Rice Bucket Challenge ກະແສໃໝ່ໃນອິນເດຍ ປ່ຽນຈາກທ້າຫົດນ້ຳ ມາທ້າບໍລິຈາກເຂົ້າສານແທນ!

Published on

 

ອິນເດຍສ້າງກະແສໃໝ່ ປັບປ່ຽນຈາກ Ice Bucket Challenge ມາເປັນ Rice Bucket Challenge ແທນ ໂດຍບໍ່ຕ້ອງ

ຫົດນ້ຳກັນໃຫ້ປຽກ ແລະ ໜາວເຢັນ ແຕ່ໃຫ້ບໍລິຈາກເຂົ້າແກ່ຜູ້ທີ່ເດືອດຮ້ອນແທນ.

 

ໃນຂະນະທີ່ຫຼາຍໆສັງຄົມໃນທົ່ວໂລກ ລວມທັງລາວເຮົາເອງ ໄດ້ແຫ່ແຫນກັນກັບກະແສ Ice Bucket Challenge ເພື່ອ

ເອົານ້ຳກ້ອນມາໃສ່ຖັງນ້ຳໃຫ້ເຢັນ ແລ້ວຍົກຫົດໃສ່ຕົນເອງກັນຢ່າງໃຫຍ່ນັ້ນ ຢູ່ໃນສັງຄົມອິນເດຍກໍມີກະແສດັ່ງກ່າວ

ເປັນທີ່ກຳລັງນິຍົມກັນຢ່າງກວ້າງຂວາງເຊັ່ນກັນ ແຕ່ມີການປັບປ່ຽນໃຫ້ເຂົ້າກັບສະພາບຂອງສັງຄົມຊາວອິນເດຍໄດ້

ເປັນຢ່າງດີ ເພາະແທນທີ່ຈະເອົານ້ຳເຢັນໃສ່ຖັງມາຫົດກັນໃຫ້ປຽກນັ້ນ ຊ້ຳພັດໄດ້ປ່ຽນມາເປັນການທ້າ Rice Bucket

Challenge ດ້ວຍການນຳເອົາເຂົ້າສານໃສ່ຖັງໄປບໍລິຈາກ ໃຫ້ແກ່ຄົນທີ່ກຳລັງລຳບາກຢູ່ ເຊິ່ງມີຢູ່ຢ່າງຫຼວງຫຼາຍພາຍ

ໃນສັງຄົມແທນ ໂດຍນັບວ່າເປັນການສ້າງກະແສຮິດຢ່າງສະຫຼາດແຫຼມຄົມຂອງຊາວອິນເດຍ.

 

e4140

e4139

 

ຕາມລາຍງານຂອງເວັບຂ່າວຂອງອິນເດຍ ເມື່ອວັນທີ 25 ສິງຫາ 2014 ນີ້ ໄດ້ລະບຸວ່າ ຜູ້ລິເລີ່ມປ່ຽນພາລະກິດຈາກ

Ice Bucket Challenge ມາເປັນ Rice Bucket Challenge ຄົນທຳອິດນັ້ນຄື ທ່ານ ມັນຈຸ ລາທາ ກລານິດ ໂດຍມີກະ

ຕິກາງ່າຍໆຄືວ່າ ໃຫ້ແບ່ງເອົາເຂົ້າສານຈາກເຮືອນຂອງຕົນໜຶ່ງຖັງ ໄປມອບໃຫ້ກັບໃຜກໍໄດ້ທີ່ກຳລັງເດືອດຮ້ອນ

ແລະ ຕ້ອງການມັນ ແລ້ວຖ່າຍຮູບໂພສຕ໌ລົງເຟສບຸກ ຈາກນັ້ນກໍແທັກ #Rice Bucket Challenge ໄປທ້າໝູ່ເພື່ອນ

ຄົນອື່ນໆອີກຕໍ່ໄປ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...