spot_img
Homeຂ່າວທ້ອງຖິ່ນOPPO Reno5 ເປີດຕົວໃນລາວ 2 ລຸ້ນສດປັງ! ພ້ອມເປີດໃຫ້ຈອງແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ

OPPO Reno5 ເປີດຕົວໃນລາວ 2 ລຸ້ນສດປັງ! ພ້ອມເປີດໃຫ້ຈອງແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ

Published on

OPPO ເປີດຕົວ “OPPO Reno5 Series 5G” 2 ລຸ້ນທີ່ເປັນທີ່ສຸດຂອງສະມາສໂຟນໃນຍຸກປັດຈຸບັນ. ດ້ວຍຮູບຊົງສວຍງາມ, ສາກແບັດເຕີລີເຕັມໄວ ແລະ ກ້ອງງາມລະດັບມືອາຊີບ ເອົາໃຈສາຍບລັອກເກີ້, ສາຍເກມ ຈົບຄົບໃນເຄື່ອງດຽວ.

ໃນວັນທີ 6 ກຸມພາ 2021 ທີ່ສູນການຄ້າວຽງຈັນເຊັນເຕີ OPPO Laos ໄດ້ເປີດຕົວສະມາສໂຟນ 2 ລຸ້ນຢ່າງ OPPO Reno5 ແລະ OPPO Reno5 5G ໂດຍ CEO ຂອງ OPPO Laos Mr.Bob Wu ເປັນຄົນມາກົດພິທີ່ເປີດແຈ້ງລາຄາຂາຍໃນປະເທດລາວ ຂອງ OPPO Reno5 ແລະ Reno5 5G ເຊິ່ງລາຄາຂອງ OPPO Reno5 ແມ່ນ 3,699,000ກີບ ແລະ ລາຄາ OPPO Reno5 5G ແມ່ນ 4,799,000ກີບ.

ໂດຍ OPPO Reno5 ມີໃຫ້ເລືອກ 2 ສີຄື: ສີເງິນ Fantasy Silver ແລະ ສີດຳ Starry Black ສ່ວນ OPPO Reno5 5G ມີ 2 ສີຄື: ສີເງິນ Galactic Silver ແລະ Starry Black.

OPPO Reno5 Series 5G, ທັງສອງລຸ້ນມາພ້ອມກ້ອງຫຼັງ 4 ໜ່ວຍ ພ້ອມຄວາມລະອຽດ 64 ລ້ານພິກເຊວ + 8 ລ້ານພິກເຊວ + 2 ລ້ານພິກເຊລ + 2 ລ້ານພິກເຊລໂດຍ OPPO Reno5. ກ້ອງໜ້າມີຄວາມລະອຽດສູງເຖິງ 44 ລ້ານພິກເຊວ, ໃນຂະນະທີ່ OPPO Reno5 5G ມີຄວາມລະອຽດກ້ອງໜ້າ 32 ລ້ານພິກເຊວ, ທັງສອງສາມາດຖ່າຍວິດີໂອໄດ້ເຖິງ 4K ດ້ວຍຄວາມໄວ 30fps ສຳລັບກ້ອງຫຼັັງ. ແລະ ຮອງຮັບຄວາມລະອຽດ 1080P ຫຼື 720P ທີ່ 30fps ໃນກ້ອງໜ້າ.

OPPO Reno5 Series 5G, ທັງສອງລຸ້ນແມ່ນມາພ້ອມກັບໜ້າຈໍຂະໜາດ AMOLED FHD +6.43”, ມີຄວາມລະອຽດສູງເຖິງ 90Hz, ໃຫ້ປະສົບການສົມຈິງບໍ່ມີສະດຸດ ແລະ ເຕັມຕາດ້ວຍ Edge-to-edge ດ້ວຍອັດຕາສ່ວນໜ້າຈໍກັບຕົວເຄື່ອງເຖິງ 91.7%.

OPPO Reno5 ແມ່ນໃຊ້ງານໂດຍ Snapdragon 720G, RAM 8GB ແລະ ROM128GB ເຊິ່ງການໃຊ້ງານແມ່ນມີປະສິດທິພາບສູງ. ມາພ້ອມກັບແບັດເຕີລີຂະໜາດ 4,310mAh ແລະ ເທັກໂນໂລຢີ Flash Charge 50W, ສາກເຕັມໄວ, ບໍ່ຈຳເປັນຕ້ອງລໍ, ພຽງ 48 ນາທີສາມາດສາກແບັດເຕີຣີໄດ້ 100%.

ສວ່ນ OPPO Reno5 5G ຮອງຮັບການສື່ສານໃນອະນາຄົດດ້ວຍເທັກໂນໂລຢີ 5G ແລະ ພະລັງງານຂອງ Snapdragon 765G 5G, RAM 8GB ແລະ ROM 128GB, ຊ່ວຍໃຫ້ມີປະສິດຕິພາບທີ່ສູງ. ມາພ້ອມກັບແບັດເຕີລີຂະໜາດໃຫຍ່ 4,300mAh ແລະ ເຕັກໂນໂລຢີທີ່ເປັນເອກະລັກຂອງ OPPO, 65W SuperVOOC 2.0, ສາກເຕັມໄວພຽງ 35 ນາທີສາມາດສາກໄຟໄດ້ 100%.

ທ່ານສາມາດເປັນເຈົ້າຂອງ OPPO Reno5 Series 5G ໄດ້ແລ້ວໂດຍການຈອງສັ່ງຊື້ກັບທາງສູນ OPPO Laos ທຸກສາຂາເລີ່ມຕົ້ນຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...