spot_img
Homeຂ່າວຕ່າງປະເທດNicolas Sarkozy ອາດີດປະທານາທິບໍດີຝຣັ່ງ ຖືກແຈ້ງໂທດ ຂໍ້ຫາໃຊ້ເງິນໃນການຫາສຽງເກີນກໍານົດ

Nicolas Sarkozy ອາດີດປະທານາທິບໍດີຝຣັ່ງ ຖືກແຈ້ງໂທດ ຂໍ້ຫາໃຊ້ເງິນໃນການຫາສຽງເກີນກໍານົດ

Published on

ສໍານັກຂ່າວ CNN ລາຍງານວ່າ ວັນທີ 30 ກັນຍາ 2021 ນິໂຄລາສ ຊາໂກຊີ (Nicolas Sarkozy) ອາດີດປະທານາທິບໍດີຝຣັ່ງ ໄດ້ຖືກສານແຈ້ງໂທດໃຫ້ຕິດຄຸກເປັນເວລາ 1 ປີ ໃນຄວາມຜິດຖານໃຊ້ເງິນຫາສຽງເກີນຂີດຈໍາກັດ ເຊິ່ງເກີດຂຶ້ນລະຫວ່າງການຫາສຽງເລືອກຕັ້ງໃນປີ 2012 ທີ່ເຂົາໄດ້ສູນເສຍໄປ ເຮັດໃຫ້ເຂົາໄດ້ກາຍເປັນອາດີດຜູ້ນໍາຝຣັ່ງຄົນທໍາອິດທີ່ຖືກລົງໂທດຕິດຄຸກຈາກ 2 ຂໍ້ຫາ.

ຢ່າງໃດກໍຕາມ, ນິໂຄລາສ ອາດຈະບໍ່ໄດ້ຮັບໂທດດ້ວຍການຕິດຄຸກ ເນື່ອງຈາກຜູ້ພິພາກສາລະບຸວ່າ ເຂົາອາດຮັບໂທດດ້ວຍການສວມສາຍແຂນອິເລັກໂທນິກຢູ່ທີ່ບ້ານຂອງເຂົາແທນກໍໄດ້ ໂດຍທະນາຍຄວາມຂອງ ນິໂຄລາສ ກ່າວຢູ່ຕໍ່ໜ້າສານວ່າ ເຂົາ ແລະ ລູກຄວາມ ຈະຍື່ນການອຸທອນຄັດຄ້ານຄໍາຕັດສິນໃຈໃນຄັ້ງນີ້.

ນີ້ແມ່ນຄັ້ງທີ 2 ທີ່ ນິໂຄລາສ ໄດ້ມີເລື່ອງກ່ຽວຂ້ອງກັບຄະດີອາດຊະຍາກໍາ ໂດຍເມື່ອເດືອນມີນາທີ່ຜ່ານມາ ເຂົາໄດ້ຖືກຕັດສິນຕິດຄຸກ 3 ປີ ໃນຂໍ້ຫາ ສໍ້ລາດບັງຫຼວງ ແລະ ໃຊ້ອິດທິພົນຮຽກຮັບຜົນຕອບແທນ ເຊິ່ງເຂົາຍື່ນການອຸທອນຄໍາຕັດສິນນີ້ໄປແລ້ວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...