spot_img
HomeມູມໄອທີລາວMeizu U10 ແລະ U20 ສະມາດໂຟນຄູ່ຫູລາຄາປະຢັດ ສະເປັກມາດຕະຖານ

Meizu U10 ແລະ U20 ສະມາດໂຟນຄູ່ຫູລາຄາປະຢັດ ສະເປັກມາດຕະຖານ

Published on

ບໍລິສັດ ​Meizu ຜູ້ຜະລິດສະມາດໂຟນທີ່ມີຊື່ສຽງຈາກປະເທດຈີນ ໄດ້ເປີດໂຕສະມາດໂຟນ 2 ລຸ້ນໃໝ່ຫຼ້າສຸດ ເຊິ່ງມີນາມວ່າ: U10 ແລະ U20. ໂດຍທັງສອງເຄື່ອງນີ້ຈະເຂົ້າມາບຸກຕະຫຼາດສະມາດໂຟນລາຄາປະຢັດໃນປັດຈຸບັນ ສຳລັບສະເປັກຂອງ U10 ແລະ U20 ຖືໄດ້ວ່າເປັນມາດຕະຖານສຳລັບສະມາດໂຟນລາຄາປະຢັດໄປແລ້ວ. 

ສຳລັບສະເປັກ ແລະລາຄາຂອງ Meizu U10 ມີດັ່ງນີ້: 

  • ໃຊ້ຈໍ IPS LCD ຂະໜາດ 5 ນິ້ວ, ຄວາມລະອຽດ HD (720 x 1280 ພິກເຊວ) 
  • ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ 64-bit (ບໍ່ລະບຸລຸ້ນ)
  • ຈໍໂຄ້ງ 2.5D
  • RAM 2GB ແລະ 3GB
  • ROM 16GB ແລະ 32GB
  • ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ, f/2.2, PDAF ແລະແຟລັດໂທນ LED. 
  • ກ້ອງໜ້າ 5 ລ້ານພິກເຊວ
  • ຮອງຮັບເຊັນເຊີ້ສະແກນນິ້ວມື mTouch 2.1 ທີ່ປຸ່ມໂຮມ
  • ແບັດເຕີຣີ 2760mAh
  • ໃຊ້ງານລະບົບ YunOS
  • ຮອງຮັບ 2 ຊິມ
  • ຮອງຮັບ 4G LTE

ລາຄາໂຕເຄື່ອງ:

  • Meizu U10 ລຸ້ນ Ram 2GB ແລະ Rom 16GB ລາຄາ 999 ຢວນ (1.215.000 ກີບ)
  • Meizu U10 ລຸ້ນ Ram 3GB ແລະ Rom 32GB ລາຄາ 1199 ຢວນ (1.460.000 ກີບ)

ສຳລັບ Meizu U10 ຈະວາງຈຳໜ່າຍຜ່ານ Meizu Store ເລີ່ມຕັ້ງແຕ່ວັນທີ 18 ກັນຍານີ້ ແລະວັນທີ 19 ກັນຍາ ຜ່ານ Meizu Mall, Jingdong Mall, Lynx Official Flagship Store, Tesco ແລະຮ້ານຄ້າອື່ນໆໃນປະເທດຈີນ. 

ທາງດ້ານສະເປັກ ແລະລາຄາຂອງ Meizu U20 ມີດັ່ງນີ້:

  • ໃຊ້ຈໍ IPS LCD ຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) 
  • ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ 64-bit (ບໍ່ລະບຸລຸ້ນ)
  • ຈໍໂຄ້ງ 2.5D
  • RAM 2GB ແລະ 3GB
  • ROM 16GB ແລະ 32GB
  • ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ, f/2.2, PDAF ແລະແຟລັດໂທນ LED. 
  • ກ້ອງໜ້າ 5 ລ້ານພິກເຊວ
  • ຮອງຮັບເຊັນເຊີ້ສະແກນນິ້ວມື mTouch 2.1 ທີ່ປຸ່ມໂຮມ
  • ແບັດເຕີຣີ 3260mAh
  • ໃຊ້ງານລະບົບ YunOS
  • ຮອງຮັບ 2 ຊິມ
  • ຮອງຮັບ 4G LTE

ລາຄາໂຕເຄື່ອງ:

  • Meizu U20 ລຸ້ນ Ram 2GB ແລະ Rom 16GB ລາຄາ 1099 ຢວນ (1.340.000 ກີບ)
  • Meizu U20 ລຸ້ນ Ram 3GB ແລະ Rom 32GB ລາຄາ 1299 ຢວນ (1.580.000 ກີບ)

ສຳລັບ Meizu U20 ຈະວາງຂາຍຜ່ານ Meizu Store ເລີ່ມວັນທີ 28 ສິງຫານີ້ ແລະວັນທີ 29 ສິງ ຜ່ານ Meizu Mall, Jingdong Mall, Lynx Official Flagship Store, Tesco ແລະຮ້ານຄ້າອື່ນໆໃນປະເທດຈີນ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: techtoyreviews

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...