spot_img
HomeມູມໄອທີລາວLG V20 ເປີດໂຕຢ່າງເປັນທາງການ ຮູບຊົງສວຍງາມ, ມີຄວາມແປກໃໝ່ ແລະມາພ້ອມລະບົບ Android 7.0 Nougat

LG V20 ເປີດໂຕຢ່າງເປັນທາງການ ຮູບຊົງສວຍງາມ, ມີຄວາມແປກໃໝ່ ແລະມາພ້ອມລະບົບ Android 7.0 Nougat

Published on

ເບິ່ງຄືວ່າ LG ເອງກໍຄົງຈະບໍ່ຍອມໃຫ້ຜູ້ຜະລິດຄົນອື່ນໆໄດ້ດິບໄດ້ດີກັນແລ້ວ, ເມື່ອຫຼ້າສຸດນີ້ໄດ້ມີການເປີດໂຕສະມາດໂຟນລຸ້ນໃໝ່ຢ່າງເປັນທາງການ ເຊິ່ງມີນາມວ່າ: LG V20. ສຳລັບຈຸດເດັ່ນໆທີ່ເຮົາເຫັນໄດ້ຊັດເຈນເລີຍກໍຄືດ້ານເທິງຂອງຈໍທີ່ປົກກະຕິແລ້ວ ຈະເປັນບ່ອນລວມສູນການແຈ້ງເຕືອນທີ່ເຮົາຕ້ອງຕູດລົງເພື່ອເບິ່ງ ແຕ່ສຳລັບລຸ້ນນີ້ແມ່ນມີຄຸນສົມບັດຢ່າງໜຶ່ງຄືເປັນຈໍທີສອງນັ້ນເອງ ທີ່ທາງ LG ເຄີຍໃສ່ມາແລ້ວໃນລຸ້ນ LG V10.

ນອກຈາກຄຸນສົມບັດຈໍທີສອງຂອງລຸ້ນນີ້ແລ້ວ ຜູ້ຂຽນຢາກຍ້ອງດ້ວຍຕົນເອງເລີຍວ່າໂຕເຄື່ອງມີການອອກແບບມາໄດ້ສວຍງາມຫຼາຍ (ບໍ່ລວມກ້ອງຫຼັງທີ່ຜູ້ຂຽນບໍ່ຄ່ອຍມັກທີ່ກ້ອງນູນອອກ) ແລະຍັງມາພ້ອມກັບລະບົບ Android 7.0 Nougat ລຸ້ນໃໝ່ຫຼ້າສຸດ ເຊິ່ງເປັນລຸ້ນທຳອິດຂອງໂລກທີ່ນຳມາໃຊ້. 

https://youtu.be/u8gf32H1WOs
ໂດຍຍັງມາພ້ອມກັບຊິບສຽງ Hi-Fi Audio ເປັນລຸ້ນທຳອິດຂອງໂລກທີ່ມາພ້ອມກັບລະບົບສຽງ 32-bit Hi-Fi Quad DAC ທີ່ຈະຊ່ອຍຫຼຸດສຽງລົບກວນໄດ້ເຖິງ 50%, ເຊິ່ງທາງ LG ຍັງອ້າງອີກວ່າຄຸນະພາບສຽງນັ້ນຈະໃຫ້ຄວາມຮູ້ສຶກແບບຮ້ອງສົດເລີຍຖ້າຫາກໃຊ້ກັບຫູຟັງທີ່ດີ ແລະຍັງມາພ້ອມກັບຊິບສຽງ Hi-Fi Video ຖ້າຫາກເປີດໃຊ້ງານລະບົບນີ້ຈະສາມາດບັນທຶກສຽງແບບ 24-bit lossless ຄວບຄູ່ກັບການຖ່າຍວີດີໂອໄດ້.

ສຳລັບລາຍລະອຽດສະເປັກຂອງ LG V20 ມີດັ່ງນີ້:

  • ສັດສ່ວນເຄື່ອງ: 159.7 x 78.1 x 7.7 ມມ
  • ນ້ຳໜັກ: 173 ກຣາມ
  • ໃຊ້ຈໍ IPS Quantum ຂະໜາດ 5.7 ນິ້ວ, ຄວາມລະອຽດ QHD ແລະຈໍ IPS Quantum 2.1 ນິ້ວ
  • ໃຊ້ງານຊິບປະມວນຜົນ Snapdragon 820
  • RAM 4GB
  • ROM 64GB ເພີ່ມກາຣ໌ດ microSD ໄດ້ 2 TB
  • ກ້ອງຫຼັງເລນຄູ່: 16 ລ້ານພິກເຊວ, f/1.8 ແລະ 8 ລ້ານພິກເຊວ, f/2.4 ເປັນກ້ອງມຸມກວ້າງ 135°
  • ກ້ອງຫຼັງຮອງຮັບລະບົບ OIS, ເລເຊີ້ໂຟກັດອັດຕະໂນມັດ, PDAF ແລະແຟລັດຄູ່ LED.
  • ກ້ອງໜ້າ: 5 ລ້ານພິກເຊວ, f/1.9 ແລະເປັນກ້ອງມຸມກວ້າງ
  • ເຊັນເຊີ້ສະແກນນິ້ວມືທີ່ດ້ານຫຼັງເຄື່ອງ
  • ໃຊ້ລະບົບ Android 7.0 Nougat ທັບດ້ວຍ LG UX 5.0+
  • ຮອງຮັບພອຣ໌ດ USB Type-C
  • ຮອງຮັບ Cat 12 LTE, Wi-Fi a/b/g/n/ac, Bluetooth 4.2, NFC
  • ແບັດເຕີຣີ 3200mAh
  • ຮອງຮັບລະບົບສາກໄວ Quick Charge 3.0

ສຳລັບ LG V20 ຈະມາພ້ອມກັບສີໄທທັນ, ສີເງິນ ແລະສີບົວ. ສ່ວນກຳນົດວາງຈຳໜ່າຍ ແລະລາຄາ ໃນຕອນນີ້ LG ຍັງບໍ່ໄດ້ປະກາດອອກມາເທື່ອວ່າຈະພ້ອມຈຳໜ່າຍຕອນໃດ

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: gizmochina

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...