spot_img
Homeຂ່າວຕ່າງປະເທດLangkawi ມາເລເຊຍ ກຽມເປີດໃຫ້ທ່ອງທ່ຽວ ໃນວັນທີ 16 ກັນຍານີ້

Langkawi ມາເລເຊຍ ກຽມເປີດໃຫ້ທ່ອງທ່ຽວ ໃນວັນທີ 16 ກັນຍານີ້

Published on

ວັນທີ 6 ກັນຍາ 2021 ເວັບໄຊ້ ໄທລັດ ລາຍງານວ່າ ນາຍົກລັດຖະມົນຕີຜູ້ໃໝ່ຂອງມາເລເຊຍ ປະກາດໃຫ້ເກາະລັງກາວີ ໃນລັດເຄດາ ເປັນພື້ນທີ່ສໍາຮອງທີ່ເປີດຮັບນັກທ່ອງທ່ຽວໂດຍສະເພາະ ”ນັກທ່ອງທ່ຽວໃນປະເທດ” ເລີ່ມວັນທີ 16 ກັຍາ 2021 ນີ້ ຕາມໂຄງການ “Travel Bubble” ເພື່ອຟື້ນຟູເສດຖະກິດຈາກພາກການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກໂຄວິດ-19.

ການປະກາດແຜນເປີດທຸລະກິດທ່ອງທ່ຍວຂອງມາເລເຊຍ ມີຂຶ້ນໃນຂະນະທີ່ຕົວເລກຜູ້ຕິດເຊື້ອໂຄວິດ-19 ໃນປະເທດຍັງເພີ່ມຂຶ້ນສູງຕໍ່ເນື່ອງ ມື້ລະເກືອບ 20,000 ລາຍ, ຈໍານວນຜູ້ເສຍຊີວິດເພີ່ມມື້ລະ 300 ສົບ ມີປະຊາກອນໄດ້ຮັບວັກຊີນຄົບ 2 ໂດສ ປະມານ 48,8% ຂອງຈໍານວນປະຊາກອນທັງໝົດ.

ນາຍົກລັດຖະມົນຕີ ອິສມາອິວ ຍາຄອບ (Ismail Sabri yaakob) ຂອງມາເລເຊຍ ໄດ້ປະກາດເມື່ອວັນທີ 2 ກັນຍາ ທີ່ຜ່ານມາວ່າ ຈະເປີດເກາະລັງກາວີ ໃນລັດເຄດາ ເປັນພື້ນທີ່ສໍາຮອງໃນໂຄງການ Travel bubble ເພື່ອຕ້ອນຮັບນັກທ່ອງທ່ຽວໃນປະເທດທີ່ສັກວັກຊີນຄົບແລ້ວ ຕັ້ງແຕ່ວັນທີ 16 ກັນຍາ 2021 ນີ້ເປັນຕົ້ນໄປ ແລະ ຫາກປະສົົບຜົນສໍາເລັດ ກໍຈະຂະຫຍາຍໄປຍັງເມືອງທ່ອງທ່ຽວອື່ນໆ, ເມື່ອຕົວເລກການສັກວັກຊີນໃນທົ່ວປະເທດເພີ່ມຂຶ້ນທີ່ 80%  ອັນເປັນຄວາມພະຍາຍາມຟື້ນຟູພາກການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຢ່າງໜັກ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼອດເກືອບ 2 ປີ ທີ່ຜ່ານມາ.

ຢ່າງໃດກໍຕາມ, ໂຄງການ Travel bubble ກໍບໍ່ແມ່ນບົດພິສູດຜົນສໍາເລັດໄດ້ສະເໝີໄປ ໂດຍມາເລເຊຍຈະຮຽນຮູ້ຈາກ Phuket sandbox ຂອງໄທ ແລະ ໂຄງການເປີດເກາະບາຫຼີ ຂອງອິນໂດເນເຊຍ ທີ່ຫາກໍເປີດຮັບນັກທ່ອງທ່ຽວ ແຕ່ລ່າສຸດກໍຕ້ອງປິດໄປເພາະໂຕເລກຜູ້ຕິດເຊື້ອເພີ່ມຂຶ້ນສູງ, ເຊິ່ງຄາດວ່າ ຕັ້ງແຕ່ວັນທີ 16 ກັນຍາ 2021 ນີ້ ເກາະ ລັງກາວີ ຈະກັບມາມີນັກທ່ອງທ່ຽວຢ່າງໜ້ອຍປະມານ 5,000 ຄົນ ຈາກການເດີນທາງດ້ວຍເຮືອຂ້າມຟາກ ແລະ ເຮືອບິນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...