spot_img
Homeຂ່າວຕ່າງປະເທດIMF ເຕືອນເສດຖະກິດໂລກ ອານາຄົດຈະຖົດຖອຍລົງ ຈາກບັນຫາລາຄານ້ຳມັນ ແລະ ການເມືອງ!

IMF ເຕືອນເສດຖະກິດໂລກ ອານາຄົດຈະຖົດຖອຍລົງ ຈາກບັນຫາລາຄານ້ຳມັນ ແລະ ການເມືອງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກຸມພານີ້ວ່າ ກອງທຶນການເງິນລະຫວ່າງປະເທດ ຫລື IMF ໄດ້ລະບຸວ່າ ຈາກບັນຫາການຖົດຖອຍຂອງເສດຖະກິດຈີນ ໄດ້ເຮັດໃຫ້ເສດຖະກິດຂອງໂລກໃນອານາຄົດ ຈະອ່ອນແອລົງ ເນື່ອງຈາກເສດຖະກິດຈີນ ເປັນພື້ນທີ່ເສດຖະກິດຂະໜາດໃຫຍ່ ອັນດັບ 2 ຂອງໂລກ ກຳລັງປະເຊີນກັບ ສະພາວະການຈະເລີນເຕີບໂຕຕ່ຳທີ່ສຸດ ໃນຮອບ 25 ປີ ໄປພ້ອມໆກັບຄວາມຕ້ອງການ ໃນບາງປະເທດກໍໄດ້ຫລຸດລົງເຊັ່ນດຽວກັນ.

ທັງນີ້ ອົງການ IMF ໄດ້ຄາດການກ່ຽວກັບ ໂອກາດໃນການເຕີບໂຕຂອງເສດຖະກິດໂລກ ໃນອານາຄົດນີ້ ອາດຈະເກີດຄວາມເສຍຫາຍ ເນື່ອງຈາກຄວາມວຸ້ນວາຍຂອງຕະຫລາດ ຈາກບັນຫາລາຄານ້ຳມັນ ແລະ ສະຖຽນລະພາບທາງການເມືອງບໍ່ໝັ້ນຄົງໃນຫລາຍປະເທດ.

ແນວໃດກໍຕາມ ຕົ້ນປີນີ້ IMF ໄດ້ຫລຸດຜ່ອນອັດຕາການຈະເລີນເຕີບໂຕຂອງເສດຖະກິດໂລກ ໂດຍບອກວ່າ ເສດຖະກິດໂລກປີນີ້ ຈະຂະຫຍາຍຕົວ 3.4% ແລະ ໃນປີໜ້າ ຈະສືບຕໍ່ຂະຫຍາຍຕົວ 3.6% ຕາມລຳດັບ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...