spot_img
HomeມູມໄອທີລາວHuawei ເປີດໂຕຊິບປະມວນຜົນ Kirin 960 ລຸ້ນໃໝ່ມາພ້ອມຊິບກຣາບຟິກໃໝ່ Mali-G71 ດີກວ່າເກົ່າເຖິງ 180℅

Huawei ເປີດໂຕຊິບປະມວນຜົນ Kirin 960 ລຸ້ນໃໝ່ມາພ້ອມຊິບກຣາບຟິກໃໝ່ Mali-G71 ດີກວ່າເກົ່າເຖິງ 180℅

Published on

​ບໍລິສັດ Huawei ໄດ້ຈັດງານເປີດໂຕຊິບປະມວນຜົນລຸ້ນໃໝ່ຫຼ້າສຸດຢ່າງເປັນທາງການຄື Kirin 960 ທີ່ມາພ້ອມການອັບເກຣດສະເປັກແບບກະໂດດຂັ້ນທັງ CPU ແລະ GPU. ສຳລັບ Huawei Kirin 960 SoC ແມ່ນຈະເປັນການອັບເກຣດ CPU ມາຈາກລຸ້ນເກົ່າແບບ Kirin 950 ແຕ່ໃນດ້ານຂອງ GPU ຖືວ່າເປັນລຸ້ນໃໝ່ສຸດເລີຍ.

ອີງຕາມແຫຼ່ງຂ່າວຄື: Huawei Kirin 960 ແມ່ນມາພ້ອມກັບການປະມວນຜົນແບບ Quad-core ARM Cortex-A73 2.4 GHz + quad-core ARM Cortex-A53  1.8 GHz, ເຊິ່ງສ່ວນຂອງຄໍຕ່າງໆໃນ Kirin 960 SoC ຈະແບ່ງເປັນ Cortex-A73 4 ຄໍ ແລະ Cortex-A53 ອີກ 4 ຄໍ. 

ທາງດ້ານ GPU ແມ່ນໃຊ້ຊິບ Mali-G71 MP8 ເຊິ່ງເປັນຊິບໃໝ່ຫຼ້າສຸດ ໂດຍທາງ Huawei ອ້າງວ່າມັນສາມາດເພີ່ມປະສິດຕິພາບໄດ້ດີເຖິງ 15%, ເພີ່ມປະສິດຕິພາບດ້ານກຣາບຟິກເຖິງ 180℅ ແລະປະຢັດພະລັງງານໄດ້ຫຼາຍກວ່າ 20℅ ຖ້າທຽບໃສ່ກັບຊິບ Kirin 950. ນອກຈາກນີ້ກໍມາພ້ອມກັບລະບົບຮັກສາຄວາມປອດໄພໃໝ່ ເຖິງ 3 ລະດັບ ສຳລັບໃຊ້ເຂົ້າລະຫັດມາດຕະຖານໃນເລື່ອງການເງິນ.

ສຳລັບໄຮໄລ້ສຳຄັນອື່ນໆຂອງ Huawei Kirin 960 ມີດັ່ງນີ້:

  • ຮອງຮັບ UFS 2.1 storage, RAM LPDDR4
  • ມາພ້ອມ IntelliSense i6 ເພື່ອຫຼຸດການໃຊ້ພະລັງງານລົງເມື່ອເກັບຂໍ້ມູນຈາກເຊັນເຊີ້ accelerometer, gyroscope, compass ແລະອື່ນໆ.
  • Integrated Multi-mode 4G LTE Modem – ຮອງຮັບ LTE Cat 12 FDD / TDD ສຳລັບດາວໂຫຼດ ແລະ ຮອງຮັບ LTE Cat 13 FDD / TDD ສຳລັບອັບໂຫຼດ (ສູງສຸດເຖິງ 150 Mbps), WiFi 2×2 MIMO
  • ຮອງຮັບການຫຼຸດສຽງລົບກວນລົງ, HD voice+ ແລະລະບົບສຽງແບບ 24-bit 192kHz
  • ຮອງຮັບການຖ່າຍວີດີໂອລະດັບ 4K 
  • ຮອງຮັບ Vulkan
  • ມາພ້ອມ inSE ສຳລັບເອັນຈິ້ນຮັກສາຄວາມປອດໄພ

ທ້າຍນີ້ຂໍປິດທ້າຍໄປພ້ອມກັບຜົນການທົດສອບປະສິດທິພາບດ້ວຍ GeekBench 4.0 ແລະ androbench 4.0

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: 1,2

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...