Huawei ສົ່ງບັດເຊີນຮ່ວມງານເປີດໂຕ G9 Plus ໃນວັນທີ 18 ສິງຫານີ້

1
1820

ຫຼ້າສຸດນີ້ Huawei ໄດ້ປ່ອຍຮູບພາບບັດເຊີນເຂົ້າຮ່ວມງານເປີດໂຕໂທລະສັບລຸ້ນໃໝ່ຂອງບໍລິສັດ ນາມວ່າ: Huawei G9 Plus ທີ່ຈະຈັດງານເປີດໂຕໃນມື້ອື່ນນີ້ ຫຼືວັນທີ 18 ສິງຫາ. ໂດຍຮູບດັ່ງກ່າວນີ້ສະແດງໃຫ້ເຫັນວ່າ ຈະມາພ້ອມກັບກ້ອງຫຼັງເລນຄູ່, ແບັດເຕີຣີຂະໜາດໃຫຍ່, ການຖ່າຍວີດີໂອ (ອາດຈະເປັນ 4K), ສະແກນນິ້ວມື, NFC (ສຳລັບລະບົບຈ່າຍເງິນໃນມືຖື) ແລະບົ່ງບອກໃຫ້ເຫັນເຖິງຂະໜາດຈໍທີ່ໃຫຍ່.

ໂດຍ G9 Plus ທີ່ຈະເປີດໂຕໃນມື້ອື່ນນີ້ ອາດມີຄວາມເປັນໄປໄດ້ທີ່ຈະເປັນໂທລະສັບລຸ້ນດຽວກັບ 2-3 ມື້ກ່ອນທີ່ເຮົາໄດ້ລາຍງານໄປກ່ຽວກັບຮູບຫຼຸດໂທລະສັບມືຖື ແລະເຮົາກໍເດົາກັນວ່າຈະເປັນລຸ້ນເຮືອທຸງ Mate 9

ສຳລັບລາຍລະອຽດສະເປັກຕ່າງໆຂອງລຸ້ນນີ້ ເຮົາຍັງບໍ່ຮູ້ຂໍ້ມູນແຕ່ຢ່າງໃດເລີຍ ແລະມີຄວາມກ່ຽວຂ້ອງກັບລຸ້ນ G9 Lite (P9 Lite) ຫຼືບໍ່? ແຕ່ເຖິງຢ່າງໃດກໍຕາມຄຳຕອບທຸກຄຳຈະບອກໃຫ້ເຮົາຮູ້ໃນມື້ອື່ນນີ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:gizmochina

1 COMMENT

  1. […] ​ຫຼັງຈາກມື້ວານນີ້ທີ່ເຮົາໄດ້ລາຍງານຂ່າວກ່ຽວກັບ Huawei ທີ່ໄດ້ສົ່ງບັດເຊີນເຂົ້າຮ່ວມງານເປ…. ຫຼ້າສຸດນີ້ເອງທາງ Huawei ກໍອອກມາເປີດໂຕໂທລະສັບລຸ້ນດັ່ງກ່າວຢ່າງເປັນທາງການ ໂດຍໃຊ້ຊື່ວ່າ G9 Plus. ສຳລັບ G9 Plus ນີ້ໂຕເຄື່ອງແມ່ນເຮັດມາດ້ວຍວັດສະດຸອາລູມິນ້ຽມອັລລອຍ ອອກແບບດ້ວຍເທັກໂນໂລຢີທີ່ທັນສະໄໝ ແລະ ມາພ້ອມກ້ອງຫຼັງເລນດຽວ (ຜິດຄາດຈາກຂ່າວກ່ອນໜ້ານີ້) ແຕ່ກໍສາມາດຢືນຢັນໄດ້ແລ້ວວ່າບໍ່ແມ່ນລຸ້ນດຽວກັນກັບ ຮູບຫຼຸດດ້ານຫຼັງໂຕເຄື່ອງທີ່ເຮົາຄຶດກັນວ່າເປັນ Mate 9.  […]

Comments are closed.