HomeມູມໄອທີລາວHuawei ສົ່ງບັດເຊີນຮ່ວມງານເປີດໂຕ G9 Plus ໃນວັນທີ 18 ສິງຫານີ້

Huawei ສົ່ງບັດເຊີນຮ່ວມງານເປີດໂຕ G9 Plus ໃນວັນທີ 18 ສິງຫານີ້

Published on

ຫຼ້າສຸດນີ້ Huawei ໄດ້ປ່ອຍຮູບພາບບັດເຊີນເຂົ້າຮ່ວມງານເປີດໂຕໂທລະສັບລຸ້ນໃໝ່ຂອງບໍລິສັດ ນາມວ່າ: Huawei G9 Plus ທີ່ຈະຈັດງານເປີດໂຕໃນມື້ອື່ນນີ້ ຫຼືວັນທີ 18 ສິງຫາ. ໂດຍຮູບດັ່ງກ່າວນີ້ສະແດງໃຫ້ເຫັນວ່າ ຈະມາພ້ອມກັບກ້ອງຫຼັງເລນຄູ່, ແບັດເຕີຣີຂະໜາດໃຫຍ່, ການຖ່າຍວີດີໂອ (ອາດຈະເປັນ 4K), ສະແກນນິ້ວມື, NFC (ສຳລັບລະບົບຈ່າຍເງິນໃນມືຖື) ແລະບົ່ງບອກໃຫ້ເຫັນເຖິງຂະໜາດຈໍທີ່ໃຫຍ່.

ໂດຍ G9 Plus ທີ່ຈະເປີດໂຕໃນມື້ອື່ນນີ້ ອາດມີຄວາມເປັນໄປໄດ້ທີ່ຈະເປັນໂທລະສັບລຸ້ນດຽວກັບ 2-3 ມື້ກ່ອນທີ່ເຮົາໄດ້ລາຍງານໄປກ່ຽວກັບຮູບຫຼຸດໂທລະສັບມືຖື ແລະເຮົາກໍເດົາກັນວ່າຈະເປັນລຸ້ນເຮືອທຸງ Mate 9. 

ສຳລັບລາຍລະອຽດສະເປັກຕ່າງໆຂອງລຸ້ນນີ້ ເຮົາຍັງບໍ່ຮູ້ຂໍ້ມູນແຕ່ຢ່າງໃດເລີຍ ແລະມີຄວາມກ່ຽວຂ້ອງກັບລຸ້ນ G9 Lite (P9 Lite) ຫຼືບໍ່? ແຕ່ເຖິງຢ່າງໃດກໍຕາມຄຳຕອບທຸກຄຳຈະບອກໃຫ້ເຮົາຮູ້ໃນມື້ອື່ນນີ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...