Honor 5 Play ສະມາດໂຟນລາຄາປະຢັດລຸ້ນຫຼ້າສຸດ ເລີ່ມຕົ້ນພຽງ 680.000 ກີບ

0
2020

ສາມາດຕິດຕາມສະເພາະຂ່າວໄອທີ ແລະ ເກມໄດ້ທີ່ >>ລິ້ງນີ້<<

ຫຼັງຈາກທີ່ເຮືອທຸງແຟລັບເລັດ Honor Note 8 ເປີດໂຕໄປແລ້ວຢ່າງເປັນທາງການ, ແຕ່ນອກຈາກລຸ້ນເຮືອທຸງແລ້ວທາງ Huawei ກໍຍັງໄດ້ປະກາດເປີດໂຕສະມາດໂຟນອີກລຸ້ນໜຶ່ງຄື: Honor 5. ສຳລັບ Honor 5 ນີ້ຈະເປັນສະມາດໂຟນລາຄາປະຢັດຂອງບໍລິສັດ ແຕ່ຫຼາຍຄົນອາດຈະຮູ້ຈັກກັບຊື່ນີ້ຫຼາຍກວ່າຄື Honor 5 Play ເພາະຈະເປັນຊື່ທີ່ໃຊ້ໃນການລຸຍຕະຫຼາດໂລກ. 

ສຳລັບ Huawei Honor 5 Play ມາພ້ອມກັບໜ້າຈໍຂະໜາດ 5.0 ນິ້ວ, ໃຊ້ຈໍ IPS LCD ພ້ອມຄວາມລະອຽດ HD (720 x 1280 ພິກເຊວ). ໃຊ້ງານຊິບປະມວນຜົນຄວາມຄອດຄໍ MediaTek MT6735P ຄວາມແຮງ 1.3 GHz ພ້ອມຊິບກຣາບຟິກ Mali-T720. RAM 2GB ແລະ ROM 16GB ສາມາດເພີ່ມ microSD ໄດ້.

ທາງດ້ານກ້ອງຫຼັງມີຄວາມລະອຽດ 8 ລ້ານພິກເຊວ ພ້ອມແຟລັດຄູ່ LED. ກ້ອງໜ້າໃຫ້ມາ 2 ລ້ານພິກເຊວ ພ້ອມກັບແຟລັດ LED ເພື່ອເພີ່ມແສງໃຫ້ກັບການເຊວຟີ້. ນອກຈາກນີ້ເຄື່ອງຍັງມາພ້ອມກັບຄຸນສົມບັດປຸ່ມ “Easy Key” ທີ່ດ້ານຂ້າງຊ້າຍ ໂດຍສາມາດກົດຈຶ້ງເພື່ອເປີດແອັບ, ກົດເທື່ອດຽວເພື່ອເປີດກ້ອງ, ກົດສອງເທື່ອເພື່ອເປີດແຟລັດ ແລະອື່ນໆ.

ທາງດ້ານຊ໋ອບແວຣ໌ຂອງ Honor 5 Play ແມ່ນໃຊ້ງານລະບົບ Android 5.0 Lollipop ພ້ອມກັບ Huawei Emotion UI 3.1 Lite ໂດຍຍັງສາມາດອັບເກຣດເປັນລະບົບ Android 6.0 Marshmallow ໃນອະນາຄົດໄດ້. ແບັດເຕີຣີ 2200mAh. ຮອງຮັບການໃຊ້ງານ 2 ຊິມ, 4G VoLTE, 3G, WiFi 802.11 b/g/n, GPS, A-GPS, Bluetooth 4.1 LE, microUSB 2.0, ຮູແຈັກ 3.5 ມມ ແລະ FM Radio. ໂຕເຄື່ອງມີຂະໜາດປະມານ 143.8 x 72 x 8.9 ມມ ແລະໜັກ 138 ກຣາມ.  

ສຳລັບລາຄາຂອງ Huawei Honor 5 Play ແມ່ນ 559 ຢວນ (680.000 ກີບ) ແລະມີ 3 ສີໃຫ້ເລືອກຄື: ສີດຳ, ຂາວ ແລະຄຳ. ໂດຍຈະເລີ່ມຂາຍຜ່ານຮ້ານຄ້າອອນລາຍໃນຈີນ ຕັ້ງແຕ່ວັນທີ 2 ສິງຫານີ້. 

ທີ່ມາ:techtoyreviews

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!