Homeມູມໄອທີລາວລາຍງານ Xiaomi Mi 5 ເກີດລະເບີດຕູ້ມ!!

ລາຍງານ Xiaomi Mi 5 ເກີດລະເບີດຕູ້ມ!!

Published on

ສາມາດຕິດຕາມສະເພາະຂ່າວໄອທີ ແລະ ເກມໄດ້ທີ່ >>ລິ້ງນີ້<<

ຫຼ້າສຸດນີ້ມີເຈົ້າຂອງເຄື່ອງ Mi 5 ຄົນໜຶ່ງອອກມາໂພສຮູບພາບໂທລະສັບຕົນເອງ ຜ່ານບັນຊີ Weibo ວ່າໄດ້ເກີດລະເບີດຂຶ້ນ ແຕ່ໂຊກດີທີ່ໃນຕອນລຳເບີດນັ້ນບໍ່ມີຜູ້ໄດ້ຮັບບາດເຈັບ ສາມາດເບິ່ງຮູບພາບໄດ້ດ້ານລຸ່ມນີ້:

ເຊິ່ງໃນຕອນນີ້ກໍຍັງບໍ່ມີລາຍງານໃດໆຈາກ Xiaomi ວ່າສາເຫດຂອງການລະເບີດນັ້ນເກີດຂຶ້ນຍ້ອນຫຍັງ ແຕ່ຄາດວ່າບໍລິສັດໜ້າຈະສົ່ງເຄື່ອງໃໝ່ມາແທນໃຫ້ກັບເຈົ້າຂອງເຄື່ອງ Mi 5 ທີ່ເກີດລະເບີດນີ້, ເພາະກ່ອນໜ້ານີ້ກໍມີເຫດການແບບນີ້ເກີດຂຶ້ນກັບ Xiaomi Mi 4i ແລະສຸດທ້າຍທາງບໍລິສັດ Xiaomi ກໍໄດ້ສົ່ງເຄື່ອງໃໝ່ໃຊ້ແທນຜູ້ໃຊ້ຄົນນັ້ນໄປ. 

ເຖິງວ່າຕອນນີ້ຈະຍັງບໍ່ມີລາຍງານສາເຫດຂອງການລະເບີດ ແຕ່ຜູ້ໃຊ້ງານທຸກໆຄົນຄວນມີສະຕິລະວັງໂຕຢູ່ຕະຫຼອດ ເພາະເຫດການແບບນີ້ກໍມັກເກີດຂຶ້ນຢູ່ເລື້ອຍໆກັບຫຼາຍໆແບຣນເປັນຕົ້ນແມ່ນ Samsung (S3 ແລະ S4) ແລະ HTC

ສຳລັບວິທີປ້ອງກັນບໍ່ໃຫ້ໂທລະສັບລະເບີດນີ້ມີ 3 ວິທີຫຼັກໆຄື:

  • ຫຼີກລຽງການສາກໂທລະສັບໃນພື້ນທີ່ທີ່ມີຄວາມຮ້ອນສູງ ເພາະຈະເຮັດໃຫ້ອຸນຫະພູມຂອງໂທລະສັບສູງຂຶ້ນ ຈົນເຮັດໃຫ້ມີໂອກາດລະເບີດສູງໄດ້. 
  • ສາກໂທລະສັບໃນບໍລິເວນທີ່ບໍ່ມີຂອງແຫຼວຈຳພວກນ້ຳເປັນຕົ້ນ
  • ໃຊ້ຫົວສາກທີ່ມີຄຸນະພາບ ແລະເປັນແບຣນທີ່ເຊື່ອຖືໄດ້ (ຂໍ້ນີ້ສຳຄັນທີ່ສຸດ)

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...