Hollywood ຍາດກັນປະມູນຊື້ລິຂະສິດສ້າງຮູບເງົາ Pokémon

0
1669

ສຳລັບແຟນໆຂອງ Pokémon ທີ່ຢາກເຫັນໂຕລະຄອນສັດພິເສດຈາກເກມແລະກາຕູນດັງຊຸດນີ້ກາຍເປັນໜັງສະບັບຄົນສະແດງ ຄວາມປາດຖະໜານັ້ນໃກ້ຈະເປັນຄວາມຈິງແລ້ວ. ເມື່ອ The Hollywood Reporter ໄດ້ລາຍງານວ່າ The Pokémon Company ທີ່ຖືລິຂະສິດຢູ່ນັ້ນ ກຳລັງຖ້າໃຫ້ບໍລິສັດຍັກໃຫຍ່ທັງຫຼາຍຈາກຮໍລີວູດມາຊື້ລິຂະສິດໄປສ້າງເປັນໜັງຟອຣມຍັກຢູ່.

image

ໃນລາຍງານຍັງຍອກວ່າມີການເປີດປະມູນແບບລັບໆຢູ່ ເຊິ່ງບໍລິສັດທີ່ສົນໃຈເຂົ້າຮ່ວມມີທັງ Warner Bros. ແລະ Sony Pictures. ເຊິ່ງບໍລິສັດທຳອິດນັ້ນກໍມີຄວາມສຳພັນອັນດີກັບທາງເຈົ້າຂອງລິຂະສິດເພາະເຄີຍນຳເອົາສະບັບໜັງກາຕູນ Pokémon: The First Movie ເຂົ້າໄປສາຍໃນອາເມຣິກາມາແລ້ວ. ແຕ່ວ່າບໍລິສັດໜັງທີ່ເບິ່ງຄືມາແຮງກໍຄື Legendary Entertainment ຜູ້ສ້າງໜັງ Pacific Rim ແລະ Warcraft