Homeໜັງໃໝ່ຮູບທຳອິດຈາກຮູບເງົາຣີເມກ Ghost in the Shell ກັບນັກສະແດງສະກາຣເລດ ໂຈແຮນສັນ

ຮູບທຳອິດຈາກຮູບເງົາຣີເມກ Ghost in the Shell ກັບນັກສະແດງສະກາຣເລດ ໂຈແຮນສັນ

Published on

ໃນປີນີ້, ເຮົາໄດ້ເຫັນສະກາຣເລດ ໂຈແຮນສັນ (Scarlett Johansson) ບູ້ໃນບົດແບລັກວິໂດ (Black Widow) ໃນ Captain America: Civil War ໄປແລ້ວ. ສ່ວນປີໜ້າເຮົາຈະໄດ້ເຫັນລາວບູ້ໃນໜັງແອັກຊັ່ນຟຣີເມກຈາກອະນິເມຊັ່ນ Ghost in the Shell ແລະຮູບທຳອິດຂອງລາວກໍເຜີຍອອກມາແລ້ວ

ໝາຍເຫດ: ຮູບປົກບົດຄວາມບໍ່ມີຄວາມກ່ຽວຂ້ອງກັບໜັງເລີຍ

image

ສຳລັບ Ghost in the Shell ເປັນໜັງທີ່ສ້າງໂດຍ DreamWork ແລະຈັດຈຳໜ່າຍໂດຍ Paramount Pictures. ເຊິ່ງໂຈແຮນສັນຈະຮັບບົດເປັນ “ຜູ້ພັນ” ໄຊບອຣກສາວແຫ່ງໜ່ວຍສະເພາະກິດປະຈຳອົງການຕໍ່ຕ້ານຜູ້ກໍ່ການຮ້າຍໄຊເບີຊື່ວ່າ: Public Security Section 9 ທີ່ກໍ່ຕັ້ງໂດຍບໍລິສັດຫຸ່ນຍົນຮັນກ້າ ໂຣໂບຕິກ. ໂດຍໜ່ວຍສະເພາະກິດດັ່ງກ່າວພະຍາຍາມຢັບຢັ້ງການກໍ່ການຮ້າຍຂອງລາບຟິ່ງແມນ ທີ່ເຮັດທຸກວິທີທາງເພື່ອສະກັດກັ້ນຄວາມກ້າວໜ້າທາງເທັກໂນໂລຢີຂອງຮັນກ້າ

ສຳລັບໜັງມີກຳນົດເຂົ້າສາຍໃນອາເມຣິກາໃນວັນທີ 31 ມີນາ ປີ 2017

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...