spot_img
Homeຂ່າວຕ່າງປະເທດH&M, Nike ແລະ Adidas ຖືກປະເທດຈີນຫ້າມນໍາເຂົ້າສິນຄ້າ?

H&M, Nike ແລະ Adidas ຖືກປະເທດຈີນຫ້າມນໍາເຂົ້າສິນຄ້າ?

Published on

ແບຣນເສື້ອຜ້າຂອງປະເທດໃນຕາເວັນຕົກຫຼາຍຍີ່ຫໍ້ຖືກປະເທດຈີນ, ຄົນມີຊື່ສຽງຂອງຈີນຍົກເລີກສັນຍາ ຫຼັງຖືກຫາວ່າຈີນບັງຄັບຊາວອຸຍກູເກັບຝ້າຍທີ່ລະເມີດສິດທິມະນຸດຊົນຢ່າງຮ້າຍແຮງ

https://static.thairath.co.th/media/Dtbezn3nNUxytg04acxuufNKZJzEDtjif9yVwAs0FMdzMa.webp

ໃນວັນທີ 25 ມີນາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ບໍລິສັດຄ້າສົ່ງແຫ່ງໃຫຍ່ຂອງປະເທດໃນຕາເວັນຕົກຫຼາຍຍີ່ຫໍ້ທັງ H&M, Nike ແລະ Adidas ກໍາລັງຖືກປະເທດຈີນຍົກເລີກສັນຍາ ຫຼັງຈາກທີ່ປະເທດໃນຕາເວັນຕົກອອກມາສະແດງຄວາມກັງວົນກ່ຽວກັບອຸດສາຫະກໍາຝ້າຍໃນເຂດປົກຄອງພິເສດຊິນຈຽງວ່າມີການບັງຄັບໃຊ້ແຮງງານຊາວອຸຍກູໃນການເກັບຝ້າຍ ແລະ ພ້ອມຢືນຢັນວ່າພວກເຂົາບໍ່ໄດ້ໃຊ້ຝ້າຍຈາກຊິນຈຽງ.

ຂ່າວດັ່ງກ່າວໄດ້ຖືກເຜີຍແຜ່ຕັ້ງແຕ່ປີກ່ອນ ແຕ່ກາຍມາເປັນປະເດັນອີກຄັ້ງໃນອາທິດທີ່ຜ່ານມາຫຼັງຈາກປະເທດໃນຕາວັນຕົກລວມທັງສະຫະລັດອາເມລິກາ ແລະ ສະຫະພາບເອີຣົບລົງມະຕິຄວໍ້າບາດເຈົ້າໜ້າທີ່ຈີນ ໂດຍກ່າວຫາວ່າລະເມີດສິດທິມະນຸດຊົນຕໍ່ຊາວມຸດສະລິມອຸຍກູໃນຊີນຈຽງຢ່າງຮ້າຍແຮງ ແຕ່ປະເທດຈີນເອງກໍປະຕິເສດຕໍ່ກັບຄໍາກ່າວຫາດັ່ງກ່າວ.

ເຊິ່ງກະແສນີ້ເກີດຂື້ນໂດຍການເຜີຍແຜ່ຜ່ານທາງສື່ສັງຄົມອອນລາຍເວີຍປໍຂອງກຸ່ມ “ສັນນິບາດເຍົາວະຊົນກອມມູນິດ” ຂອງພັກກອມມູນິດຈີນເມື່ອວັນພຸດທີ່ຜ່ານມາ. ຫຼັງຈາກນັ້ນສໍານັກຂ່າວຕ່າງໆຂອງຈີນກໍອອກແຄມເປນຕ່າງໆເພື່ອປົກປ້ອງອຸດສາຫະກໍາຝ້າຍໃນຊິນຈຽງ ແລະ ກ່າວປະນາມຍີ່ຫໍ້ເສື້ອຜ້າຂອງປະເທດຕາເວັນຕົກ

ຈົນເຖິງຕອນນີ້ມີແພດຟອມຮ້ານຄ້າຂະໜາດໃຫຍ່ຂອງຈີນຢ່າງໜ້ອຍ 3 ບໍລິສັດທີ່ເອົາສິນຄ້າຂອງ H&M ອອກຈາກເວັບໄຊ້ໄດ້ແກ່: Pinduoduo, JD.com ແລະ Tmall, ນອກຈາກນີ້ຍັງມີດາລານັກສະແດງຢ່າງໜ້ອຍ 30 ຄົນປະກາດຍົກເລີກສັນຍາກັບແບຣນເສື່ອຜ້າຂອງປະເທດໃນຕາເວັນຕົກ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...