HIV ສາຍພັນໃໝ່ ຕິດເຊື້ອໄດ້ງ່າຍຂຶ້ນກວ່າເກົ່າ ແລະ ວິທີປ້ອງກັນ

ໂດຍສ່ວນໃຫຍ່ແລ້ວໂຣກເອດສ໌ ຈະມີຢູ່ 2 ສາຍພັນຄື: ສາຍພັນ ເອ-ອີ ແລະ ສາຍພັນ ບີ ໂດຍສາຍພັນເອ-ອີ ຈະພົບຜູ້ຕິດເຊື້ອໂຣກເອດສ໌ສາຍພັນນີ້ສູງເຖິງ 90%ຂຶ້ນໄປ ແລ້ວສ່ວນທີ່ເຫຼືອຈະເປັນຜູ້ຕິດເຊື້ອສາຍພັນບີ

ໃນທຸກໆມີຈະມີໂຄງການວິໄຈກວດສອບການປ່ຽນແປງຂອງສາຍພັນ ເອສໄອວີ ໂດຍນຳເລືອດຂອງຜູ້ຕິດເຊື້ອມາຖອດລະຫັດຫາສາຍພັນໂຣກເອດສ໌ ຫຼັງຈາກເຮັດການວິໄຈກໍ່ພົບຄວາມຜິດປົກກະຕິຈາກຕົວຢ່າງເລືອດ 2 ຄົນຈາກກຸ່ມຕົວຢ່າງທີ່ສົ່ງມາທັງໝົດ 44 ຄົນ ເນື່ອງຈາກຖອດລະຫັດອອກມາແລ້ວພົບວ່າ ເປັນສາຍພັນເອສໄອວີທີ່ຕ່າງອອກໄປຈາກເດີມ ແລະ ອາດເປັນສາຍພັນເອສລູກປະສົມທີ່ບໍ່ເຄີຍມີມາກ່ອນ ເຊິ່ງເປັນເຊື້ອເອດສ໌ທີ່ປະສົມລະຫວ່າງ 3 ສາຍພັນ: ເອ ຈີ ແລະ ດີ ທີ່ຮຽກວ່າ ເອຈີ-ດີ ກັບເຊື້ອເອສໄອວີປະສົມ 3 ສາຍພັນໄດ້ແກ່ ເອ ອີ ແລະ ຈີ ທີ່ຮຽກວ່າ ເອອີ-ຈີ

ເຊື້ອເອດສ໌ ສາຍພັນໃໝ່ ຈີ ກັບ ດີ ສ່ວນຫຼາຍຈະພົບໃນທະວີບແອຟຣິກາ ໂດຍສະເພາະປະເທດໄນຈີເຣຍ ຕອນນີ້ສະແກນຢືນຢັນອອກມາແລ້ວ 500 ເບສ ຈາກທັງໝົດ 1,700 ເບສ ເມື່ອສຶກສາລະດັບໂມເລກຸນຄົບທັງໝົດແລ້ວ ຈິ່ງຈະຮູ້ລາຍລະອຽດວ່າ ເປັນເຊື້ອທີ່ແຜ່ມາຈາກພື້ນທີ່ໃດຂອງໂລກ ຕອນນີ້ຍັງເປັນພຽງຂໍ້ສົມມຸດວ່າ ເຊື້ອດັ່ງກ່າວ ແຜ່ມາຈາກຍິງ 2 ຄົນທີ່ໄດ້ຮັບເຊື້ອມາຈາກຊາວແອຟຣິກາ ແລະ ຍັງບໍ່ມີໃຜຮູ້ໄດ້ເລີຍວ່າສາຍພັນຈີ ກັບ ດີ ເຂົ້າມາໃນໄທ ແລະ ເຂດອາຊີດົນນານພຽງໃດແລ້ວ

ສິ່ງທີ່ເປັນຕາຢ້ານທີ່ສຸດ ມຮໂຣກເອດສ໌ສາຍພັນໃໝ່ ຄື ເຊື້ອເອດສ໌ລູກປະສົມຈະມີຈຳນວນເຊື້ອໃນສານຄັດຫຼັ່ງທີ່ມີຄວາມເຂັ້ມຂຸ້ນກວ່າສາຍພັນເກົ່າ ໃນນ້ຳອະສຸຈິຜູ້ຕິດເຊື້ອເອສໄອວີສາຍພັນເກົ່າ 1 ຊີຊີ ຈະມີຈຳນວນເຊື້ອໄວຣັສເອດສ໌ 10 ໂຕ ແຕ່ໃນນ້ຳເຊື້ອອະສຸຈິຜູ້ຕິດເຊື້ອເອດສ໌ສາຍພັນປະສົມຈະມີເຊື້ອໄວຣັສເອດສ໌ 20 ໂຕ ເປັນຕົ້ນ

ວິທີປ້ອງກັນໂຣກເອດສ໌

  1. ທຸກຄັ້ງທີ່ມີການຮ່ວມເພດຕ້ອງມີການປ້ອງກັນທຸກຄັ້ງ ຖ້າທ່ານບໍ່ແມ່ນຄົນຮັກດຽວໃຈດຽວມີຄູ່ນອນຄົນພຽງຄົນດຽວ
  2. ໂຣກເອດສ໌ ຈະຕິດຕໍ່ກັນທາງເລືອດສະນັ້ນບໍ່ຄວນໃຊ້ເຂັມຊັກຢາຮ່ວມກັນ ເພາະມີຄວາມສ່ຽງຕິດໂຣກເອດສ໌ໄດ້
  3. ການໄດ້ຮັບເລືອດໃນເວລາຜ່າຕັດຕ້ອງມີການກວດສອບເລືອດກ່ອນທຸກຄັ້ງວ່າປອດໄພ ຫຼື ບໍ່
  4. ແມ່ຍິງທີ່ມີລູກນ້ອຍໃນໄລຍະກິນນົມ ຖ້າຮູ້ວ່າຕົນເອງຕິດໂຣກເອດສ໌ຢ່າໃຫ້ລູກດື່ມນົມຕົນເອງເດັດຂາດ ເພາະເຊື້ອເອດສ໌ຈະໄປຕິດລູກໄດ້
  5. ແມ່ຍິງທີ່ຕິດເຊື້ອເອດສ໌ຫາກຖືພາ ແລະ ບໍ່ໄດ້ຮັບການຮັກສາປິ່ນປົວຢ່າງເປັນປົກກະຕິ ເຊື້ອເອດສ໌ກໍ່ສາມາດຕິດກັບລູກທີ່ຢູ່ໃນທ້ອງໄດ້
  6. ປັດໄຈທີ່ເຮັດໃຫ້ເກີດມີໂອກາດຕິດເຊື້ອຫຼາຍຂຶ້ນແມ່ນການສຳພັດກັບແຜເປີດ ແຜສົດຂອງຄົນອື່ນໂດຍບໍ່ປ້ອງກັນ

 

ຂໍ້ມູນຈາກ: http://www.thaihealth.or.th/
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!