spot_img
Homeຂ່າວພາຍ​ໃນGoogle ຈະຖ່າຍແຜນທີ່ສະຕຣີດວິວໃນລາວ

Google ຈະຖ່າຍແຜນທີ່ສະຕຣີດວິວໃນລາວ

Published on

10526144_10152214475569149_583230945924128134_n

ໂດຍໄດ້ຮັບການຮ່ວມມືຈາກກະຊວງໄປສະນີ, ໂທລະຄົມມະນາຄົມແລະການສື່ສານຂອງສປປລາວ, Google ໄດ້ນໍາສະເໜີແຜນທີ່ Googleກັບສະຕຣີດວິວໃນລາວ, ເຊິ່ງເປັນນະວັດຕະກໍາທີ່ຈະປ່ຽນມຸມມອງແລະປະສົບການໃໝ່ໃນການເບິ່ງປະເທດແລະວັດທະນະທໍາໃຫ້ແກ່ຄົນລາວ ແລະນັກທ່ອງທ່ຽວຈາກທົ່ວໂລກ. ງານຖະແຫຼງຂ່າວໄດ້ຈັດຂຶ້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ວັນທີ23 ກໍລະກົດ 2014.

 

Google ຈະເລີ່ມຖ່າຍພາບດ້ວຍການຂັບລົດໂດຍການຕິດກ້ອງແບບພິເສດ ໃນນະຄອນຫລວງວຽງຈັນເພື່ອເກັບກໍາເອົາຮູບພາບສໍາລັບການສ້າງພາບສະຕຣີດວິວ. ເຊິ່ງການສ້າງພາບແບບສະຕຣີດວິວໃນລາວນັ້ນGoogle ຫວັງເປັນຢ່າງຍິ່ງວ່າຈະຊ່ວຍໃນການນໍາສະເໜີປະເທດລາວໃນຮູບແບບໃໝ່ກ່ຽວກັບຄວາມມີເອກະລັກຂອງວັດທະນະທໍາລາວ ໃຫ້ແກ່ຊາວໂລກເຊິ່ງມັນຈະເປັນການຊ່ວຍສົ່ງເສີມອຸດສະຫະກໍາທ່ອງທ່ຽວຂອງລາວໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນອີກ.

 

ສະຕຣີດວິວເປັນຄຸນສົມບັດໜຶ່ງທີ່ໄດ້ຮັບຄວາມນິຍົມສູງຂອງແຜນທີ່ Google ເຊິ່ງປັດຈຸບັນແມ່ນມີຢູ່56 ປະເທດທົ່ວໂລກ ທີ່ຊ່ວຍໃຫ້ຜູ້ຄົນສາມາດສໍາຫລວດພື້ນທີ່ອ້ອມຮອບແລະການນໍາທາງຜ່ານລະບົບພາໂຣນາມາຂອງຮູບພາບສະຕຣີດວິວ. ໃນບັນດາປະເທດທີ່ມີສະຕຣີດວິວນັ້ນ ຜູ້ໃຊ້ສາມາດຊູມເບິ່ງຮູບພາບຂອງສະຖານທີ່ໃນແຜນທີ່ Google ໂດຍການດຶງພາບໄອຄອນຫຸ່ນຄົນສີສົ້ມ(Pegman) ຈາກທາງລຸ່ມເບື້ອງຂວາມືໄປໃສ່ຖະໜົນບ່ອນທີ່ທາສີຟ້າໄວ້.

 

ເລີ່ມແຕ່ມື້ນີ້ເປັນຕົ້ນໄປ, ລົດຖ່າຍພາບຂອງ Google ຈະເລີ່ມຖ່າຍພາບລະດັບຖະໜົນຕາມສະຖານທີ່ສາທາລະນະຕ່າງໆທົ່ວປະເທດ ໂດຍເລີ່ມຈາກນະຄອນຫລວງວຽງເປັນຈຸດທໍາອິດ. ເຊິ່ງກິດຈະກໍາດັ່ງກ່າວນີ້ແມ່ນເປັນການລົງທຶນ ໃນໄລຍະຍາວໂດຍມີຈຸດປະສົງໃນການຈັບຮູບພາບໃນທົ່ວປະເທດລາວໃນສອງສາມປີຕໍ່ໜ້າ.

 

Google ລໍຖ້າທີ່ຈະປະກາດເມື່ອຮູບພາບຂອງລາວພ້ອມທີ່ຈະແບ່ງປັນໃຫ້ທຸກຄົນໄດ້ເຫັນ ແລະຮູບພາບຕ່າງໆເຫຼົ່ານັ້ນຈະສາມາດເຂົ້າໄປເບິ່ງໄດ້ທີ່maps.google.la. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບສະຕຣີດວິວແລະວິທີໃຊ້ສໍາລັບການສັນທະນາການ ຫລືທາງທຸລະກິດສາມາດເຂົ້າໄປເບິ່ງໄດ້ທີ່google.com/streetview

 

ຂ່າວຈາກ ວາລະສານມະຫາຊົນ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...