spot_img
Homeຂ່າວການພັດທະນາFoodpanda ຮີໂຣສາຍສົ່ງອາຫານເຕີບໂຕຄອງອັນດັບໜຶ່ງໃນອາຊີ

Foodpanda ຮີໂຣສາຍສົ່ງອາຫານເຕີບໂຕຄອງອັນດັບໜຶ່ງໃນອາຊີ

Published on

Foodpanda ທຸລະກິດຝ່າຍຈັດສົ່ງອາຫານ ພາຍໃຕ້ການພັດທະນາຕົນເອງຈົນເຕີບໃຫຍ່ຂະຫຍາຍໂຕຢ່າງບໍ່ຢຸດຢັ້ງ ໃນທີ່ສຸດກໍກ້າວຂຶ້ນສູ່ອັນດັບຕົ້ນໆໃນບັນດາປະເທດອາຊີເຖິງຈະມີຄູ່ແຂ່ງຫຼາຍບໍລິສັດເກີດຂຶ້ນປານດອກເຫັດກໍຕາມ.

ທ່ານ ຈາຄັອບ ແອງເຈເລ, ຜູ້ບໍລິຫານສູງສຸດ ຂອງ Foodpanda Asia ກ່າວຕໍ່ Bloomberg Television  ວ່າ: Foodpanda ຂອງບໍລິສັດ Delivery Hero SE ໄດ້ເຕີບໂຕຂຶ້ນຈົນເປັນແອັບພລີເຄຊັ່ນຈັດສົ່ງອາຫານທີ່ໃຫຍ່ທີ່ສຸດໃນບັນດາປະເທດອາຊີລວມມີ ສປປ ລາວຮ່ວມຢູ່ນຳ ຍົກເວັ້ນຈີນ ແລະ ຄາດວ່າຈະມີການຂະຫຍາຍຕົວເພີ່ມຂຶ້ນໃນດ້ານຕ່າງໆໂດຍສະເພາະກໍແມ່ນ ຮ້ານຂາຍເຄື່ອງຍ່ອຍ.

ການລະບາດຄັ້ງໃຫຍ່ຂອງພະຍາດໂຄວິດ-19 ໄດ້ອຳນວຍຜົນປະໂຫຍດແກ່ຕະຫຼາດຂົນສົ່ງອາຫານຢ່າງ Foodpanda ພໍສົມຄວນເນື່ອງຈາກຜູ້ຄົນນິຍົມສັ່ງອາຫານມາຮັບປະທານທີ່ເຮືອນຂອງຕົນຫຼາຍຂຶ້ນ, ເຖິງແມ່ນຈະມີຄູ່ແຂ່ງໃນເຄືອທຸລະກິດສົ່ງອາຫານຢ່າງ Grab Holdings Inc., Gojek ແລະ Deliveroo Plc ກໍຕາມ.

“ການເຕີບໂຕຂອງ Foodpanda ບໍ່ພຽງສະເພາະແຕ່ຊ່ວງການລະບາດຂອງພະຍາດໂຄວິດເທົ່ານັ້ນ, ແຕ່ຍັງລວມເຖິງປີກ່ອນໆຂອງຊ່ວງໂຄວິດລະບາດນຳອີກ ເພາະພວກເຮົາເຫັນໄດ້ເຖິງອັດຕາການເຕີບໂຕທີ່ເພີ່ມຂຶ້ນທຸກໆປີ.” ທ່ານ ຈາຄັອບ ກ່າວ.

Delivery Hero ຈາກເບີລິນກ່າວໃນອັບເດດລາຍໄຕມາດຫຼ້າສຸດ ເຊິ່ງຄາດວ່າລາຍຮັບຈະເພີ່ມຂຶ້ນໃນປີນີ້ ເນື່ອງຈາກມີການຂະຫຍາຍສູ່ຕະຫຼາດອາຊີໃໝ່ ແລະເພີ່ມຈຳນວນ “ຮ້ານຄ້າມືດ” ຫຼື ສາງເກັບສິນຄ້າຂາຍເຄື່ອງຍ່ອຍ ແລະ ເຄື່ອງໃຊ້ໃນຄົວເຮືອນ. ພ້ອມກັນນັ້ນກໍຍັງລວມເຖິງການເຂົ້າຊື້ກິດຈະການຂອງບໍລິສັດ ແລະການເຂົ້າຖືຫຸ້ນໃນບໍລິສັດ Woowa Brothers Corp ເຊິ່ງເປັນຄູ່ແຂ່ງຂອງເກົາຫຼີໃຕ້.

Foodpanda ປະກາດໃນເດືອນກຸມພາຜ່ານມາວ່າຈະເລີ່ມບໍລິການຈັດສົ່ງສິນຄ້າອອນລາຍໃນຍີ່ປຸ່ນ, ມຽນມາ, ກຳປູເຈຍ ແລະ ລາວໃນປີນີ້ ພາຍໃຕ້ຊື່ Pandamart ພາຍຫຼັງເປີດໂຕໃນ 8 ປະເທດຂອງອາຊີປີກາຍນີ້.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...