spot_img
Homeຂ່າວຕ່າງປະເທດEU ປະກາດໃຊ້ມາດຕະການພິເສດ ຊ່ວຍເຫຼືອພາກກະສິກຳຂອງເອີລົບ ທີ່ຖືກຜົນກະທົບຈາກມາດຕະການຕອບໂຕ້ຂອງຣັດເຊຍ

EU ປະກາດໃຊ້ມາດຕະການພິເສດ ຊ່ວຍເຫຼືອພາກກະສິກຳຂອງເອີລົບ ທີ່ຖືກຜົນກະທົບຈາກມາດຕະການຕອບໂຕ້ຂອງຣັດເຊຍ

Published on

 

ຄະນະກຳມາທິການເອີລົບ ໄດ້ອອກປະກາດມາດຕະການພິເສດຢ່າງຫຼວງຫຼາຍ ໃນວັນທີ 18 ສິງຫາ 2014 ເພື່ອ

ຊ່ວຍເຫຼືອຊາວກະສິກອນທີ່ໄດ້ຮັບຜົນກະທົບ ຈາກການທີ່ຣັດເຊຍສັ່ງຫ້າມນຳເຂົ້າຜັກ ແລະ ໝາກໄມ້ຈາກໂລກ

ຕາເວັນຕົກ.

 

ແຫຼ່ງຂ່າວຕ່າງປະເທດ ລາຍງານໃນວັນທີ 18 ສິງຫາ 2014 ໂດຍອ້າງ ຄະນະກຳມາທິການເອີລົບ ໄດ້ລະບຸວ່າ ບັນ

ດາສິນຄ້າທີ່ໄດ້ຮັບຜົນກະທົບນັ້ນ ກຳລັງສຸກງອມຄາຕົ້ນໃນລະດູເກັບກ່ຽວ ໃນຂະນະທີ່ແທບຈະບໍ່ມີຄວາມຫວັງ

ທີ່ຈະຫາຕະຫຼາດອື່ນມາຮັບຊື້ແທນຣັດເຊຍໄດ້ຢ່າງທ່ວງທັນ.

 

ຄະນະຜູ້ແທນຝ່າຍບໍລິຫານຂອງສະຫະພາບເອີລົບຊຸດນີ້ກ່າວວ່າ ການອອກມາດຕະການຊ່ວຍເຫຼືອຈະຊ່ວຍທົດ

ແທນຄວາມເສຍຫາຍໃຫ້ແກ່ຊາວກະສິກອນຜູ້ປູກໝາກເລັ່ນ, ກາຣົດ, ຜັກກາດຂາວ, ພິກໄທ, ດອກກະຫຼ່ຳ,

ໝາກແຕງ,ເຫັດ, ແອັບເປິ້ນ, ເບີຣີ່, ໝາກລະແຊັງ ແລະ ກີວີ ເປັນມູນຄ່າກ່ວາ 125 ລ້ານເອີໂຣ (ປະມານ 1337

ຕື້ກີບ).

 

ທ່ານ ດາຊຽນ ຊິໂອລອສ ກຳມາທິການຝ່າຍກະສິກຳ ໄດ້ລະບຸໃນຄຳຖະແຫຼງວ່າ ຊາວກະສິກອນຜູ້ປູກຜັກ ແລະ

ໝາກໄມ້ປະເພດທີ່ໄດ້ຮັບຜົນກະທົບທຸກຄົນ ຕ່າງກໍມີສິດທີ່ຈະໄດ້ຮັບຄວາມຊ່ວຍເຫຼືອ ຈາກມາດຕະການທາງ

ການຕະຫຼາດເຫຼົ່ານີ້ ຕາມທີ່ພວກເຂົາເຫັນສົມຄວນ ບໍ່ວ່າພວກເຂົາຈະຢູ່ໃນອົງການຜູ້ຜະລິດ ຫຼື ບໍ່ກໍຕາມ.

 

ເມື່ອຕົ້ນເດືອນທີ່ຜ່ານມາ ລັດຖະບານມົດສະກູ ໄດ້ອອກປະກາດຫ້າມນຳເຂົ້າສິນຄ້າເພື່ອຕອບໂຕ້ສະຫະລັດ

ແລະ ເອີລົບ ທີ່ປະກາດມາດຕະການຂ້ວາມບາດຕໍ່ຣັດເຊຍ ເນື່ອງຈາກມະຫາອຳນາດຊາດຕາເວັນຕົກໄດ້ກ່າວ

ຫາວ່າ ຣັດເຊຍມີບົດບາດໃນການເຮັດໃຫ້ກຸ່ມແບ່ງແຍກດິນແດນ ທາງພາກຕາເວັນອອກຂອງອູແກຣນລຸກຮື

ຂຶ້ນກໍ່ຄວາມຮຸນແຮງ.

 

ຣັດເຊຍໄດ້ປະກາດມາດຕະການຫ້າມນຳເຂົ້າສິນຄ້າ ປະເພດຊີ້ນສັດ, ຜັກ, ໝາກໄມ້, ປາ ແລະ ຜະລິດຕະພັນ

ທີ່ເຮັດຈາກນົມຂອງສະຫະພາບເອີລົບ, ສະຫະລັດອາເມຣິກາ, ອົດສະຕາລີ, ການາດາ ແລະ ນອກແວ ໂດຍມີຜົນ

ບັງຄັບໃຊ້ເປັນເວລາ 1 ປີ.

 

ມາດຕະການຊ່ວຍເຫຼືອທາງການຕະຫຼາດຂອງສະຫະພາບເອີລົບ ເລີ່ມມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 18 ສິງ

ຫາ 2014 ໄປຈົນເຖິງເດືອນພະຈິກຂອງປີນີ້ ໂດຍຫຼັກໆແລ້ວ ຈະໃຊ້ວິທີການຖອດຜະລິດຕະພັນທີ່ໄດ້ຮັບຜົນກະ

ທົບອອກຈາກຕະຫຼາດຂອງເອີລົບ ເພື່ອຄຸ້ມຄອງລາຄາສິນຄ້າທີ່ຕົກຕ່ຳລົງມາເລື້ອຍ ນັບຕັ້ງແຕ່ຊາວກະສິກອນ

ກຸ່ມນີ້ ບໍ່ສາມາດສົ່ງອອກສິນຄ້າໄປຍັງຣັດເຊຍ.

 

ຄະນະກຳມາທິການເອີລົບຖະແຫຼງວ່າ ຈະເດີນໜ້າຕິດຕາມພັດທະນາການຂອງຕະຫຼາດຕໍ່ໄປ ແລະ ຈະບໍ່ລັງເລ

ທີ່ຈະໃຫ້ຄວາມຊ່ວຍເຫຼືອພາກສ່ວນອື່ນໆ ທີ່ເພິ່ງພາການສົ່ງອອກສິນຄ້າໄປຍັງຣັດເຊຍເປັນຫຼັກ ແລະ ນອກນັ້ນ

ຍັງຈະປັບມາດຕະການທີ່ຖືກປະກາດໃຊ້ແລ້ວ ໃຫ້ມີຄວາມເໝາະສົມຫຼາຍຂຶ້ນ ຫາກມີຄວາມຈຳເປັນ.

 

ຄວາມເຄື່ອນໄຫວດັ່ງກ່າວຂອງສະຫະພາບເອີລົບ ເກີດຂຶ້ນພາຍຫຼັງຫຼາຍປະເທດໃນເອີລົບ ຮຽກຮ້ອງໃຫ້ອີຢູຕ້ອງ

ຮັບຜິດຊອບ ຕໍ່ກັບມາດຕະການຂ້ວາມບາດທີ່ມີຕໍ່ຣັດເຊຍ ເຮັດໃຫ້ຫຼາຍປະເທດພົບກັບສະພາບຫຍຸ້ງຍາກທາງ

ດ້ານເສດຖະກິດ ຈາກການຕອບໂຕ້ຄືນຂອງຣັດເຊຍ ເຊິ່ງກ່ອນໜ້ານີ້ ຜູ້ນຳແຟັງລັງ ໄດ້ມີທ່າທີຂໍພົບປະເຈລະຈາ

ກັບປະທານາທິບໍດີຂອງປູຕິນ ແລະ ນາຍົກລັດຖະມົນຕີຂອງຮົງກາລີ ກໍໄດ້ອອກມາຮຽກຮ້ອງໃຫ້ສະຫະພາບເອີ

ລົບມີຄວາມຮັບຜິດຊອບຕໍ່ພາກການສົ່ງອອກຂອງປະເທດຕົນ.

 

ການນຳໃຊ້ມາດຕະການຕອບໂຕ້ກັນ ລະຫວ່າງຊາດມະຫາອຳນາດຕາເວັນຕົກ ແລະ ຣັດເຊຍ ທີ່ເກີດຂຶ້ນໃນປະ

ຈຸບັນນີ້ ນັບວ່າເປັນຂີດໝາຍຂອງການກຳເນີດສົງຄາມເຢັນອີກຄັ້ງ ນັບຕັ້ງແຕ່ການລົ່ມສະຫຼາຍຂອງສະຫະພາບ

ໂຊຫວຽດເປັນຕົ້ນມາ.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...