CPALL ກຽມເປີດສາຂາ 7-Eleven ໃນລາວ ແລະ ກໍາປູເຈຍ

0
5110

ບໍລິລິສັດ ຊີພີ ອອລ ຈໍາກັດ ມະຫາຊົນ ຫຼື CPALL ໄດ້ຊື້ລິດຂະສິດສາຂາຍ່ອຍ ຈາກບໍລິສັດ 7-Eleven Inc ເຊິ່ງເປັນຮ້ານສະດວກຊື້ອັນດັບ 1 ໃນປະເທດໄທ ປັດຈຸບັນມີສາຂາຫຼາຍກວ່າຈໍານວນ 10.000 ສາຂາ. ຫຼ້າສຸດ CPALL ກຽມເປີດສາຂາ ເຊເວັນ-ອີເລເວັນ (7-Eleven) ໃນລາວ ແລະ ກໍາປູເຈຍ.

ເວັບໄຊການລົງທຶນເສດຖະສາດ (investerest.co) ຂອງໄທ ກ່າວວ່າ: ທີ່ກອງປະຊຸມຄະນະກໍາມະການບໍລິສັດຄັ້ງທີ 1 ປີ 2019, ໄດ້ມີມະຕິການອະນຸມັດດໍາເນີນການເຈລະຈາ ແລະ ຕົກລົງເພື່ອເຂົ້າເຮັດສັນຍາລິຂະສິດ (Master Franchise Agreement) ໃນການລົງທຶນ ແລະ ດໍາເນີນການເປີດຮ້ານ 7-Eleven ໃນປະເທດລາວ ແລະ ກໍາປູເຈຍ ເຊິ່ງກ່ອນໜ້ານີ້ບໍລິສັດກໍໄດ້ມີການລົງນາມບົດບັນທຶກຂໍ້ຕົກລົງຂັ້ນເບື້ອງຕົ້ນ (Indicative Term Sheet) ກັບ 7-Eleven ໃນວັນທີ  29 ມັງກອນ 2019.

ຢ່າງໃດກໍຕາມ, CPALL ທີ່ໄດ້ຮັບລິຂະສິດໃນການເປີດຮ້ານ 7-Eleven ໃນປະເທດລາວ ແລະ ກໍາປູເຈຍ ຍັງຢູ່ໃນຊ່ວງກໍາລັງດໍາເນີນການເຈລະຈາຫາຂໍ້ກໍານົດລາຍລະອຽດ, ການເຮັດສັນຍາລິຂະສິດກັບ 2 ປະເທດ ເພື່ອໃຊ້ໃນການເຮັດສັນຍາດັ່ງກ່າວ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: investerest.co,