Homeຂ່າວທ້ອງຖິ່ນຂີ່ລົດຕໍາຄົນເສຍຊີວິດ ຄອບຄົວຜູ້ປະສົບເຫດສາມາດຮຽກຮ້ອງໄດ້!

ຂີ່ລົດຕໍາຄົນເສຍຊີວິດ ຄອບຄົວຜູ້ປະສົບເຫດສາມາດຮຽກຮ້ອງໄດ້!

Published on

ອຸບັດຕິເຫດບໍ່ມີໃຜຢາກໃຫ້ມັນເກີດຂຶ້ນ ເພາະນອກຈາກຈະສ້າງຄວາມເສຍຫາຍໃຫ້ແກ່ຄູ່ກໍລະນີ, ສ້າງຄວາມຫຍໍ້ທໍ້ທາງສັງຄົມ ຍັງມີຄົນທີ່ໄດ້ຮັບບາດເຈັບ, ເສຍອົງຄະ ຫຼື ພິການ ຈົນເຖິງຂັ້ນເສຍຊີວິດກໍມີຈໍານວນຫຼາຍ, ເມື່ອອຸບັດຕິເຫດເກີດຂຶ້ນແລ້ວຜູ້ໄດ້ຮັບເຄາະຮ້າຍ ຫຼື ຄອບຄົວຜູ້ເສຍຊີວິດຈາກອຸບັດຕິເຫດມີສິດຮຽກຮ້ອງຄ່າເສຍຫາຍ, ຄ່າປິ່ນປົວແນວໃດ?

ອີງຕາມການປະມວນກົດໝາຍອາຍາ ເລກທີ 118/ປປທ, ວັນທີ 26 ມິຖຸນາ 2017, ມາດຕາ 145 ວ່າດ້ວຍການລະເມີດຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດໄດ້ລະບຸວ່າ: ຖ້າບຸກຄົນໃດຫາກລະເມີດກົດຈະລາຈອນ ແລ້ວພາໃຫ້ເກີດອຸບັດຕິດເຫດ ແລະ ເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບ ຈະຖືກປັບໃໝແຕ່ 1.000.000-5.000.000 ກີບ; ໃນກໍລະນີມີຄົນເຈັບສາຫັດ, ເຈັບຫຼາຍຄົນ, ເສຍອົງຄະ ຫຼື ພິການ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 6 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝແຕ່ 4.000.000-15.000.000 ກີບ; ຖ້າມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະຫຼະພາບແຕ່ 2-5 ປີ ແລະ ຈະຖືກປັບໃໝແຕ່ 5.000.000-20.000.000 ກີບ, ເສຍຊີວິດນັບແຕ່ 2 ຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 5.000.000-50.000.000 ກີບ.

ຈາກການສອບຖາມ ເພຈ ກົດໝາຍລາວ Law of Laos ທີ່ໃຫ້ຄໍາປຶກສາດ້ານກົດໝາຍ ເວົ້າວ່າ: ຕໍ່ກັບກໍລະນີ້ດັ່ງກ່າວ ທີ່ປະຕິບັດຕາມກົດໝາຍນັ້ນ ຖ້າລົດທີ່ເກີດອຸບັດຕິເຫດເຮັດໃຫ້ມີຜູ້ບາດເຈັບ, ພິການ, ເສຍຊີວິດ ແລະ ອື່ນໆ ມີປະກັນໄພ ກໍຈະແມ່ນບໍລິສັດປະກັນໄພເປັນຜູ້ໄກ່ເກ່ຍເອງ ເປັນຕົ້ນຄ່າສົ່ງສະການຜູ້ເສຍຊີວິດ ແລະ ຄ່າເສຍຫາຍອື່ນໆ ແຕ່ຖ້າບໍ່ມີປະກັນໄພຜູ້ກະທໍາຜິດຕ້ອງຮັບຜິດຊອບຕາມຂັ້ນຕອນຂອງກົດໝາຍ. ນອກຈາກ, ຜູ້ກະທໍາຜິດໄດ້ປະຕິບັດຕາມກົດໝາຍວາງອອກແລ້ວ ທາງຄອບຄົວຜູ້ເສຍຫາຍ ຫຼື ຄອບຄົວຂອງຜູ້ເສຍຊີວິດ ຍັງມີສິດຮຽກຮ້ອງຄ່າເສຍຫາຍເປັນເງິນມູນຄ່າບໍ່ຫຼຸດ 25.000.000 ກີບ ເພື່ອເປັນຄ່າປິ່ນປົວເບິ່ງແຍງຜູ້ບາດເຈັບ ຫຼື ຄ່າສົ່ງສະການຜູ້ເສຍຊີວິດ.

 

 

 

 

 

 

 

 

 

 

 

 

 

 

 

ຂຽນໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ປະມວນກົດໝາຍອາຍາ 2017, ເພຈ ກົດໝາຍລາວ Law of Laos

ຮູບພາບຈາກ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...