ຫນ້າວຽກໂດຍລວມ:
ຮັບຜິດຊອບວຽກດ້ານການບໍລິຫານຄ່າຕອບແທນ, ການປະເມີນຜົນການປະຕິບັດງານຂອງພະນັກງານ ແລະ ບໍລິຫານສະຫວັດດິການໃຫ້ກັບພະນັກງານທັງອົງກອນໃຫ້ເປັນໄປຢ່າງມີປະສິດທິພາບແລະເປັນທໍາ
ຫນ້າວຽກຮັບຜິດຊອບໂດຍລະອຽດ:
• ຮັບຜິດຊອບ, ກໍາກັບ ດູແລ ໃຫ້ຄໍາແນະນໍາສໍາລັບການປະຕິບັດຫນ້າທີ່ໂດຍລວມຂອງແມ່ບ້ານສໍານັກງານ ເຈົ້າຫນ້າທີ່ທຸລະການງານບຸກຄະລາກອນ ແລະ ຕໍາແຫນ່ງງານບໍລິການອື່ນໆ.
• ດູແລວຽກພາສີຂອງພະນັກງານໃນບໍລິສັດ
• ດູແລວຽກງານດ້ານຖານຂໍໍ້ມູນພະນັກງານ, ຈັດເກັບແຟ້ມປະຫວັດພະນັກງານ ແລະ ການບັນທຶກຂໍໍ້ມູນເຂົ້າລະບົບ ເຊັ່ນ: ປະຫວັດພະນັກງານ, ແລະຂໍໍ້ມູນຕ່າງໆທີ່ກ່ຽວຂ້ອງ.
• ວຽກງານດ້ານການບັນທຶກເວລາການເຮັດວຽກ ເກັບຂໍໍ້ມູນເວລາທີ່ພະນັກງານແຕ່ລະຄົນ ໃນການເຂົ້າວຽກ,ເລີກວຽກ, ມາຊ້າ, ຂາດວຽກ, ລາພັກ, ລ່ວງເວລາ ແລະ ລາອອກເປັນຕົັ້ນ.
• ວຽກງານດ້ານການຄໍານວນ, ຈ່າຍລາຍໄດ້ໃຫ້ພະນັກງານໂດຍການຄໍານວນການຈ່າຍຕາມລາຍໄດ້ຂອງພະນັກງານເຊັ່ນ: ເງິນເດືອນ, ຄ່າລ່ວງເວລາ, ຄ່ານໍ້າມັນ, ຄ່າໂທລະສັບ, ຄ່າຄອມມິດຊັນ, ເງິນອິນເຊັນທີບ,ເບ້ຍລ້ຽງ ລວມທັງການເບີກສະຫວັດດິການຕ່າງໆ ໃຫ້ກັບພະນັກງານໃນແຕ່ລະເດືອນ.
• ດູແລງານດ້ານຂໍໍ້ມູນລາຍຈ່າຍຂອງພະນັກງານ ເຊັ່ນ: ພາສາ , ຫັກຈ່າຍປະກັນສັງຄົມ, ຫັກຈ່າຍເງິນຄໍ້າປະກັນການເຮັດວຽກເປັນຕົັ້ນ.
• ດູແລວຽກງານດ້ານສະຫວັດດ ການໃຫ້ກັບພະນັກງານ ເຊັ່ນ: ການຈັດການສະຫວັດດິການ, ການເບີກ-ຈ່າຍສະຫວັດດິການຕ່າງໆ ຂອງພະນັກງານ.
• ດູແລລະບົບປະເມີນຜົນງານຂອງພະນັກງານ ໂດຍການຈັດທໍາແບບຟອມການປະເມີນຜົນ, ລວບລວມ ແລະ ສະຫລຸບຜົນການປະເມີນສໍາລັບການພິຈາລະນາຄ່າຕອບແທນແລະການຈ່າຍໂບນັດປະຈໍາປີ.
• ຈັດທໍາລາຍງານດ້ານການບໍລິຫານຄ່າຕອບແທນ ການປະເມີນຜົນການປະຕິບັດງານ, ວຽກງານດ້ານສະຫວັດດິການແລະອື່ນໆ ທີ່ກ່ຽວຂ້ອງ
• ວຽກງານອື່ນໆ ຕາມທີ່ໄດ້ຮັບມອບຫມາຍ
ຄຸນສົມບັດ:
1. ການບໍລິຫານຄ່າຈ້າງ, ເງິນເດືອນ, ຜົນຕອບແທນ
2. ຄວາມຮູ້ເລື່ອງກົດຫມາຍແຮງງານ
3. ທັກສະການສື່ສານ
4. ປະສົບການຢ່າງນ້ອຍ 3-5 ປີຂຶ້ນໄປ ດ້ານບໍລິຫານຊັບພະຍາກອນມະນຸດໂດຍສະເພາະການບໍລິຫານຄ່າຕອບແທນ ແລະ ສະຫວັດດິການ
ເງິນເດືອນ ແລະ ສະຫວັດດິການ:
1. ເງິນເດືອນ
2. Annual Bonus
3. ເງິນກິນເຂົ້າ
4. ປະກັນສັງຄົມ