ຫນ້າທີ່ຮັບຜິດຊອບ
ພວກເຮົາເປັນຫົວຫນ່ວຍທຸລະກິດການຄ້າລະຫວ່າງປະເທດ ທີ່ເນັ້ນໃສ່ກຸ່ມສິນຄ້າອຸປະໂພກ ແລະ
ບໍລິໂພກ, ເຊິ່ງໄດ້ເລີ່ມຈາກການເປັນຜູ້ນໍາເຂົ້າ ແລະ ສະຫນອງສິນຄ້າສູ່ຕະຫຼາດສປປ ລາວ. ບໍລິສັດ ເມກ ຍັງມີເປົ້າ
ຫມາຍທີ່ຈະເປັນບໍລິສັດຜູ້ສະຫນອງສິນຄ້າຜະລິດຕະພັນທີ່ຜະລິດໂດຍຄົນລາວ ແລະ ຜະລິດໂດຍພວກເຮົາເອງ ເພື່ອ
ສົ່ງອອກໄປນາໆປະເທດເຂດພາກພື້ນອາຊຽນ ແລະ ປະເທດຈີນ. ວິໄສທັດຂອງພວກເຮົາຄືການໄດ້ຖືກຍອມຮັບ
ວ່າເປັນຫນຶ່ງໃນບໍລິສັດຊັ້ນນໍາໃນອາຊຽນ ທີ່ມີສັກກະຍາພາບສູງໃນການ ສະຫນອງສິນຄ້າລະຫວ່າງປະເທດທີ່ຄວບ
ຄຸມ, ມີຄຸນນະພາບ, ແລະ ຄວາມຫຼາກຫຼາຍ, ສອດຄ່ອງກັບສະໂລແກນຂອງບໍລິສັດເຮົາ “ຍຸກສະໄຫມໃຫມ່ແຫ່ງ
ຄວາມຫຼາກຫຼາຍ”. ການສ້າງນະວັດຕະກໍາ ແລະ ການພັດທະນາຢ່າງຕໍ່ເນື່ອງ ເພື່ອມຸ່ງເປົ້າໄປທີ່ພາລະກິດ ວິໄສທັດ
ຂອງບໍລິສັດ ເຊັ່ນດຽວກັບການວາງຄຸນຄ່າທາງອົງກອນ ເພື່ອຈຸດປະສົງສ້າງສະຫວັດຕິການ ແລະ ສະຫວັດຕິພາບ
ທີ່ດີທີ່ສຸດແກ່ບຸກຄະລາກອນຂອງພວກເຮົາຖືເປັນບູລະມະສິດຫຼັກຂອງເຮົາ.
ມັນບໍ່ເປັນພຽງແຕ່ໂອກາດໃນການເຮັດວຽກ, ມັນເປັນບໍລິສັດຂອງເຈົ້າທີ່ພວກເຮົາຈະເຕີບໂຕໄປພ້ອມກັນ!
Target ທີ່ໄດ້ຮັບມອບຫມາຍ
• ຍອດຂາຍ
• ການກະຈາຍສິນຄ້າທີ່ຄອບຄຸມພື້ນທີ່ວາງແຜນການສັ່ງສິນຄ້າກັບຫົວຫນ້າສາຍງານເພື່ອເຕີມສະຕ໋ອກໃຫ້ພຽງພໍ
• ເຮັດເອກະສານການໂອນຍ້າຍສິນຄ້າເພື່ອເຕີມສະຕ໋ອກໃຫ້ພໍຂາຍ (ກໍລະນີທີ່ມີການໂອນຍ້າຍສິນຄ້າພາຍໃນ)
• ວາງແຜນຮ່ວມກັບຫົວຫນ້າສາຍງານໃນການເປີດ PR ເພື່ອຂໍສັ່ງຊື້ສິນຄ້າ
• ຕິດຕາມການຂາຍສິນຄ້າ ເພື່ອບໍ່ໃຫ້ມີສິນຄ້າອາຍຸສັ້ນຄ້າງສາງ
ລົງຕິດຕາມການເຮັດວຽກຂອງພະນັກງານຂາຍ ສອນການຂາຍໃຫ້ກັບພະນັກງານຂາຍ
• ລົງເຮັດວຽກຮ່ວມກັບພະນັກງານຂາຍເພື່ອສອນວຽກ ແລະ ແກ້ໄຂບັນຫາໃຫ້ກັບພະນັກງານຂາຍ
• ເປັນຜູ້ນໍາ ແລະ ຕົ້ນແບບທີ່ດີພ້ອມທັງຄອຍຊ່ວຍເຫຼືອ ແລະ ພັດທະນາພະນັກງານຂາຍໃນເຂດຂອງຕົນ
ຕິດຕາມການເຮັດວຽກຂອງພະນັກງານຂາຍໃຫ້ເປັນໄປຕາມນະໂຍບາຍຂອງບໍລິສັດ
• ສ້າງ, ພັດທະນາ, ແລະ ແບ່ງເຂດການຂາຍໃຫ້ກັບທີມຂາຍ (Route Plan)
• ກຽມຂໍ້ມູນການຂາຍທີ່ຜ່ານມາເພື່ອວາງແຜນເສັ້ນທາງການຂາຍໃຫ້ມີປະສິດທິພາບ ທັງຍອດຂາຍ ແລະ ບໍລິຫານຄ່າໃຊ້ຈ່າຍ
• ວາງແຜນການຂາຍໃຫ້ໄດ້ຕາມເປົ້າຫມາຍ (Call Plan / Call Visit / Effective Call)
• ຈັດສັນລາຍງານການຂາຍລາຍວັນ ລາຍເດືອນ ເພື່ອສະຫຼຸບຜົນການເຮັດວຽກຂອງພະນັກງານຂາຍ
• ເຮັດເອກະສານແຜນການເດີນທາງ ເພື່ອຂໍເບິກງົບປະມານໃນການເດີນທາງໃຫ້ກັບພະນັກງານທີ່ອອກວຽກຕ່າງແຂວງ
ປະຊຸມວາງແຜນການຂາຍໃຫ້ພະນັກງານທຸກໆມື້ Morning Brief
• ສະຫຼຸບການເຮັດວຽກທຽບໃສ່ແຜນ
• ສະຫຼຸບບັນຫາທີ່ພະນັກງານພົບເຈີໃນການເຮັດວຽກ
• ຫາແນວທາງແກ້ໄຂຮ່ວມກັນ ເພື່ອແກ້ໄຂບັນຫາ
• ນໍາບັນຫາທີ່ພົບມາປຶກສາຫົວຫນ້າສາຍງານ ແລະ ພະແນກການຕະຫຼາດເພື່ອຫາທາງອອກ
ເຈລະຈາ ແລະ ຕໍ່ລອງກັບລູກຄ້າເພື່ອສ້າງຍອດຂາຍ ແລະ ຮັກສາຜົນປະໂຫຍດໃຫ້ບໍລິສັດ
• ສໍາລັບລູກຄ້າລາຍໃຫຍ່ທີ່ມີຍອດຂາຍສູງ ຕ້ອງໄດ້ເຂົ້າໄປດູແລຮ່ວມກັບພະນັກງານຂາຍ ເພື່ອສ້າງສາຍສໍາພັນ ໃນ
ຈຸດປະສົງການເພີ່ມຍອດຂາຍ
• ການຕິດຕາມການປ່ອຍຫນີ້ຕາມລາຍຊື່ຮ້ານຄ້າທີ່ຖືກອະນຸມັດເຄຮດິດການປ່ອຍຫນີ້ແລະ ການຊໍາລະເງ ິນໃຫ້ຕົງ
ຕາມກໍາຫນົດການ
ການຄຸ້ມຄອງສາຂາ ແລະ ທີມໃນເຂດຮັບຜິດຊອບ
• ເປັນເຈົ້າການຄຸ້ມຄອງຂອງສາຂາປະຈໍາເຂດທີ່ຕົນຮັບຜິດຊອບ, ເບິ່ງພາບລວມທັງຫມົດຂອງສາຂາ
• ເປັນຫົວຫນ້າສາຍງານ ແລະ ພະນັກງານລະດັບອະວຸໂສທີ່ດີ, ສາມາດຊ່ວຍເຫຼືອແນະນໍາ ແລະ ໃຫ້ຄໍາ
ປຶກສາຕໍ່ພະນັກງານປະຈໍາສາຂາໄດ້ບໍ່ວ່າຈະເປັນເລື່ອງແອດມິນຂາຍ ແອດມິນບໍລິຫານ ຫຼືວຽກບໍລິຫານ
ສາງສິນຄ້າ
• ເບິ່ງພາບລວມຄວາມສາມັກຄີ, ສະພາບແວດລ້ອມ, ແລະ ຊີວິດການເປັນຢູ່ຂອງພະນັກງານສາຂາ