ມີຫນ້າທີ່ປະສານງານ ແລະ ລົງມືປະຕິບັດແຄມເປັນການຕະຫຼາດ ແລະ ກິດຈະກໍາການຕະຫຼາດເພື່ອກະຕຸ້ນ
ຈຸດປະສົງຂອງແຜນການຕະຫຼາດ ບໍ່ວ່າຈະເປັນ: ການກະຕຸ້ນການມອງເຫັນ ແລະ ການດຶງດູດຂອງແບຣນ, ດຶງດູດການມີ
ສ່ວນຮ່ວມຂອງກຸ່ມເປົ້າຫມາຍ, ແລະ ເພີ່ມກຸ່ມລູກຄ້າໃຫມ່ລວມໄປເຖິງຍອດຂາຍ.
ຫນ້າວຽກ:
• ພັດທະນາ ແລະ ລົງມືປະຕິບັດແຄມເປນການຕະຫຼາດ ຮັບຜິດຊອບໃນການຮ່ວມລົງມືສ້າງ ແລະ
ລົງມືປະຕິບັດແຄມເປນການຕະຫຼາດຮ່ວມກັບທີມແບຣນ ໃນທຸກໆຊ່ອງທາງບໍ່ວ່າຈະເປັນອອນໄລນ ຫຼືອອຟໄລນ.
• ປະສານງານ ແລະ ເຮັດວຽກຮ່ວມກັບທີມພາຍໃນ ເຮັດວຽກໃກ້ຊິດຮ່ວມກັບທີມການຕະຫຼາດແບຣນ,
ທີມຂາຍ, ແລະ ທີມພາຍໃນ ເພື່ອຫມັ້ນໃນການຜົນລັບຈະອອກມາຕາມທີ່ວາງແຜນໄວ້.
• ຄວບຄຸມບໍລິຫານງົບປະມານ ຮັບຜິດຊອບໃນການບໍລິຫານຈັດການງົບປະມານຂອງໂປຮເຈັກທີ່ຕົນ
ຮັບຜິດຊອບ, ໂດຍຄໍານຶງເຖິງຜົນລັບຂອງວຽກງານນັ້ນໆໃຫ້ອອກມາມີປະສິດທິພາບທີ່ສຸດ.
• ວິເຄາະ ແລະ ເຮັດບົດສະຫຼຸບປະສິດທິພາບຂອງໂປຮເຈັກ ຕິດຕາມ, ວິເຄາະ, ປະຕິບັດ, ພ້ອມທັງສະຫຼຸບ
ຜົນປະສິດທິພາບ ຂອງໂປຮເຈັກ ຫຼືແຄມເປນການຕະຫຼາດ. ພ້ອມກັນນັ້ນ ປັບປຸງພັດທະນາ ແລະ ແກ້ໄຂບັນຫາ
ເພື່ອກະຕຸ້ນປະສິດທິພາບຂອງໂປຮເຈັກ ຫຼືແຄມເປນການຕະຫຼາດ.
• ຮັບຜິດຊອບດູແລ ແລະ ພັດທະນາເຄື່ອງມືການຕະຫຼາດ: ຮັບຜິດຊອບກໍາກັບດູແລ ພ້ອມທັງການເປັນເຈົ້າການໃນ
ການຜະລິດເຄື່ອງມືການຕະຫຼາດເພື່ອຊັບພອດທີມຂາຍ ແລະ ການຕະຫຼາດໃນຈຸດປະສົງກະຕຸ້ນການຂາຍ ແລະ ເປົ້າ
ຫມາຍຂອງຈູດປະສົງຂອງແຜນການຕະຫຼາດ, ເຄື່ອງມືການຕະຫຼາດລວມໄປເຖິງ: ໂບຮຊົວຮ໌, ໃບບິວ, ບູດກິດຈະກໍາ
, ເຄື່ອງພຮີມ້ຽມ, ແລະ ອື່ນໆ…
• ວາງແຜນ, ປະສານງານ, ແລະ ບໍລິຫານກິດຈະກໍາການຕະຫຼາດ