spot_img

ພະນັກງານວິຊາການ ບໍລິຫານຄວາມສ່ຽງ

ໜ້າທີ່ຮັບຜິດຊອບ:

ກໍານົດນະໂຍບາຍຄວາມສ່ຽງ ທາງດ້ານທຸລະກິດ, ດ້ານລະບົບ ຂອງບໍລິສັດ ແລະ ພັດທະນາ ລະບົບພາຍໃນ ຮ່ວມກັບພະແນກ/ໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງ ພ້ອມກໍານົດແນວທາງ ຄວບຄຸມຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ; 

ຄົ້ນຄວ້າ, ສຶກສາ ພ້ອມວິທີແກ້ໄຂ ແລະ ປ້ອງກັນຄວາມສ່ຽງ ພາຍໃນ ແລະ ພາຍນອກ ທີ່ອາດຈະເກີດຂື້ນກັບລະບົບຂອງບໍລິສັດ ພ້ອມທັງວາງແຜນແກ້ໄຂ ກໍລະນີເກີດເຫດສຸກເສີນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ທຸລະກິດບໍລິສັດ ຫຼື ກະທົບຫນ້ອຍທີ່ສຸດ; 

ວິເຄາະ, ກວດສອບກະເປົາ (Wallet) ຂອງລູກຄ້າ ຫຼື ບຸກຄົນອື່ນ ທີ່ເຮັດທຸລະກຳຊື້-ຂາຍຫຼຽນ ຜ່ານຜະລິດຕະພັນຂອງບໍລິສັດ (ອອກລາຍງານ ການກວດສອບກະເປົາ (Wallet), ປະກອບຂໍ້ມູນ ແລະ ທິດທາງ ແກ່ຄະນະຜູ້ບໍລິຫານ ໃນການຕັດສິນໃຈ ເຮັດທຸລະກຳ, ເກັບກຳຂໍ້ມູນ ແລະ ສ້າງລາຍງານຕິດຕາມ ຄວາມສ່ຽງຂອງຫຼຽນປະເພດຕ່າງໆ ແລະ ຄວາມສ່ຽງອື່ນໆ ທີ່ເຂົ້າມາຜ່ານລະບົບບິດຄິກ ເພື່ອການແກ້ໄຂຄວາມສ່ຽງ ຢ່າງທັນເວລາ) 

ບໍລິຫານຄວາມສ່ຽງປະເພດຕ່າງໆ ທີ່ເຂົ້າມາຜ່ານລະບົບບໍລິສັດ ພ້ອມທັງໃຫ້ຄຳແນະນຳ ເພື່ອເປັນແນວທາງ ໃນການຕັດສິນໃຈ ຂອງຜູ້ບໍລິຫານ ແລະ ພະນັກງານຜູ້ປະຕິບັດໜ້າທີ່; 

Update, ຕິດຕາມ ການເຄື່ອນໄຫວ, ການປ່ຽນແປງ ຂອງຫຼຽນປະເພດຕ່າງໆ ເປັນປະຈຳວັນ, ເປັນແຕ່ລະໄລຍະ ເພື່ອນຳເອົາຂໍ້ມູນທີ່ໄດ້ ມາສຶກສາ, ຄົ້ນຄວ້າ ເຖິງຜົນກະທົບທີ່ອາດຈະເກີດຂຶ້ນກັບບໍລິສັດ ແລະ ວາງແຜນເພື່ອປ້ອງກັນຄວາມສ່ຽງ ຢ່າງຮັດກຸມ ແລະ ທັນເວລາ; 

ເຂົ້າຮ່ວມໂຄງການພັດທະນາ ຫຼື ປັບປຸງ ຜະລິດຕະພັນຕ່າງໆ, ການພັດທະນາລະບົບການຄຸ້ມຄອງ ແລະ ການພັດທະນາໂປຣແກຣມ ເພື່ອວາງແຜນບໍລິຫານຄວາມສ່ຽງ ທີ່ອາດຈະເກີດຂຶ້ນ; 

ຮ່ວມ, ສົມທົບ ກັບພະແນກ ຫຼື ໜ່ວຍງານອື່ນ ທີ່ກ່ຽວຂ້ອງ ໃນການສ້າງຄູ່ມືຜະລິດຕະພັນບໍລິການ, ຄູ່ມືນຳໃຊ້ປະຕິບັດວຽກ (Work Flow) ພ້ອມທັງກຳນົດແນວທາງປ້ອງກັນຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ; 

ສຶກສາ, ຄົ້ນຄວ້າຂໍ້ມູນ ຂອງການນຳໃຊ້ລະບົບພາຍໃນ ແລະ ເຊື່ອມຕໍ່ກັບພາຍນອກ ທີ່ເຫັນວ່າມີຄວາມສ່ຽງ ແລະ ນຳສະເໜີຕໍ່ພະແນກທີ່ກ່ຽວຂ້ອງ, ຄະນະອໍານວຍການ ຫຼື ຄະນະຜູ້ບໍລິຫານ ເພື່ອນຳສະເໜີ ແນວທາງໃນການແກ້ໄຂ ແລະ ໄດ້ຮັບການປ້ອງກັນຄວາມສ່ຽງ ຢ່າງທັນເວລາ;

  • ປະສານ, ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ ບໍລິສັດ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ຂໍ້ກຳນົດ, ຫຼັກການປ້ອງການຄວາມສ່ຽງໃນດ້ານຕ່າງໆ ທີ່ທາງພາກລັດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໄດ້ກຳນົດ ແລະ ວາງອອກ ແຕ່ລະໄລຍະ; 
  • ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະພະແນກ, ຄະນະຜູ້ບໍລິຫານ ແລະ ປະທານສະພາບໍລິຫານ; 

ເງື່ອນໄຂຜູ້ສະໝັກ:

  • ເພດຊາຍ ຫຼື ຍິງ, ອາຍຸ 22 – 30 ປີ 
  • ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ໃນສາຂາ ບໍລິຫານຄວາມສ່ຽງ, ບໍລິຫານທຸລະກິດ, ການເງິນ-ການທະນາຄານ, ເສດຖະສາດ ຫຼື ສາຂາທີ່ກ່ຽວຂ້ອງ (ຖ້າມີຄວາມຮູ້ກ່ຽວກັບ Cryptocurrency ຈະພິຈາລະນາເປັນພິເສດ); 
  • ມີປະສົບການເຮັດວຽກ ຢ່າງໜ້ອຍ 01 ປີ ຂື້ນໄປ ທາງດ້ານບໍລິຫານຄວາມສ່ຽງ, ທະນາຄານ, Cryptocurrency
  • ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້; 
  • ສາມາດນຳໃຊ້ຄອມພິວເຕີໃນລະດັບທີ່ດີ ແລະ ໂປຣແກຣມຕ່າງໆ (Word, Excel, PowerPoint, …) ເປັນຢ່າງດີ; 
  • ມີສຸຂະພາບແຂງແຮງ, ຫ້າວຫັນ, ກະຕືລືລົ້ນ, ມີວິໄນ, ດຸໝັ່ນ, ອົດທົນໃນການເຮັດວຽກ ແລະ ຊື່ສັດ; 
  • ມີຫົວຄິດປະດິດສ້າງ, ກ້າສະແດງອອກ ຫຼື ສະເໜີແນວຄວາມຄິດໃໝ່ໆ, ສຶກສາຄົ້ນຄວ້າ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ; 
  • ມີຄວາມຮັບຜິດຊອບຕໍ່ວຽກງານສູງ, ມີມະນຸດສຳພັນດີ, ມີທັກສະປະຕິສໍາພັນກັບຄົນອື່ນ, ສື່ສານ ແລະ ຕິດຕາມວຽກທີ່ດີ ເພື່ອເຮັດໃຫ້ວຽກສໍາເລັດທັນຕາມກໍານົດເວລາ ແລະ ຕາມເປົ້າໝາຍ 
  • ສາມາດເຮັດວຽກເປັນທີມ ຫຼື ດຽວໄດ້ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້; 
  • ສາມາດເຮັດວຽກນອກໂມງລັດຖະການ ແລະ ວັນພັກລັດຖະການໄດ້ (ໃນບາງຄັ້ງຄາວ). 

    ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ລາວ
    +85602021256969 / 0305739993 / info@bitqik.com / bitqik.com.la