ໜ້າວຽກຫຼັກ:
• ທໍາຄວາມສະອາດ ແລະ ຂ້າເຊື້ອ ໃນຫ້ອງຮຽນ, ຫ້ອງການ, ຫ້ອງນໍ້າ ແລະ ພື້ນທີ່ອື່ນໆ ປະຈໍາວັນ (ເຊັ່ນ: ກວາດ, ຖຸ, ດູດຝຸ່ນພື້ນ, ປັດກວາດຝຸ່ນຕາມເຟີນີເຈີ, ເຄື່ອງຕົກແຕ່ງ, ແລະ ພື້ນຜິວຕ່າງໆ).
• ເກັບມ້ຽນຂີ້ເຫຍື້ອ ແລະ ຮັບປະກັນ ການກຳຈັດສິ່ງເສດເຫຼືອທີ່ເໝາະສົມ.
• ເຕີມເຄື່ອງໃຊ້ຕ່າງໆ (ເຊັ່ນ: ສະບູ, ເຈ້ຍເຊັດມື, ອື່ນໆ) ໃນຫ້ອງນໍ້າ ແລະ ບ່ອນທີ່ຕ້ອງການ.
• ກະກຽມສິ່ງອໍານວຍຄວາມສະດວກຕ່າງໆສໍາລັບຈັດງານ (ເຊັ່ນ: ກຽມໂຕະ ກາເຟ-ນໍ້າຊາ, ອາຫານວ່າງ, ອື່ນໆ).
• ລາຍງານບັນຫາທີ່ຕ້ອງການບຳລຸງຮັກສາ ຫຼື ສິ່ງທີ່ຈະເປັນອັນຕະລາຍ ໃຫ້ຫົວໜ້າຝ່າຍທີ່ກ່ຽວຂ້ອງ.
• ປະຕິບັດຕາມລະບຽບການດ້ານຄວາມປອດໄພ ແລະ ສຸຂະອະນາໄມຂອງໂຮງຮຽນ.
• ໜ້າທີ່ເພີ່ມເຕີມຕາມທີ່ໄດ້ຮັບມອບໝາຍ. ຄຸນສົມບັດ ແລະ ປະສົບການທີ່ໄດ້ມອບໝາຍ. ຄຸນສົມບັດ ແລະ ປະສົບການທີ່ຕ້ອງການ:
• ມີປະສົບການໃນການເຮັດຄວາມສະອາດ ຫຼື ວຽກແມ່ບ້ານມາກ່ອນ, ໂດຍສະເພາະໃນໂຮງຮຽນ ຫຼື ສະຖານບັນ.
• ມີຄວາມຮູ້ກ່ຽວກັບສານເຄມີທໍາຄວາມສະອາດ ແລະ ອຸປະກອນທໍາຄວາມສະອາດ ພ້ອມຂັ້ນຕອນການນໍາໃຊ້ຢ່າງປອດໄພ.
• ມີສຸຂະພາບແຂງແຮງດີ ເພື່ອປະຕິບັດໜ້າທີ່ ທີ່ຕ້ອງຢືນ, ກົ້ມ, ຍົກສິ່ງຂອງ, ແລະ ອື່ນໆ.
• ມີຄວມສັດຊື່, ມີຄວາມຮັບຜິດຊອບ, ຮັກສາເວລາ, ແລະ ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບໂດຍມີການຄວບຄຸມໜ້ອຍທີ່ສຸດ.
• ສາມາດສື່ສານໄດ້ດີໃນການເວົ້າ, ອ່ານ ແລະ ຂຽນ ພາສາລາວ,
• ມີຄວາມວ່ອງໄວ ພ້ອມທັງສາມາດແກ້ໄຂບັນຫາໃດໜຶ່ງທີ່ຮີບດ່ວນໄດ້ທັນເວລາ.
• ມີມະນຸດສຳພັນດີ ພ້ອມທັງສາມາດເຮັດວຽກເປັນທີມໄດ້ເປັນຢ່າງດີ ແລະ ທີ່ສໍາຄັນແມ່ນສາມາດເຮັດວຽກໄດ້ກັບເດັກນ້ອຍ ແລະ ຜູ້ ໃຫ່ຍທີ່ມາຈາກຫຼາຍສັນຊາດ.
• ຖ້າມີປະສົບການດ້ານການອະນາໄມຢູ່ໃນໂຮງຮຽນມາກ່ອນ ກໍຈະໄດ້ຮັບການພິຈາລະນາເປັນພິເສດ. ເປີດຮັບສະໝັກ ຕັ້ງແຕ່ ມື້ນີ້ ຈົນເຖິງວັນທີ 11 ມີຖຸນາ 2025. ຜູ້ສະໝັກຕ້ອງປະກອບເອກະສານ ແລະ ຍືນເອກະສານທັງໝົດ ຢູ່ທີ່ຫ້ອງການ ຂອງໂຮງຮຽນ ນານາຊາດ ວຽງຈັນ, ຖະໜົນໂພນສະຫວັນ, ບ້ານ ສະພານທອງໃຕ້, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ໂທ: 021 318 100 ໃນໂມງລັດຖະການ.
ເອກະສານ ທີ່ຕ້ອງປະກອບມີ:
• ໃບສະໝັກງານ (ທີ່ຄັດຕິດມາພ້ອມນີ້) ຫຼື ສາມາດ ມາເອົາໄດ້ທີ່ ປ້ອມຍາມຂອງໂຮງຮຽນ.
• ບັດສັກວັກຊິນປ້ອງກັນໂຄວິດ.
• ໃບແຈ້ງໂທດເລກເລກ 3 (ບໍ່ເກີນ ສາມ ເດືອນ).
• ສຳເນົາບັດປະຈຳຕົວ ແລະ ສຳເນົາປື້ມສຳມະໂນຄົວ
• ໃບຢັ້ງຢືນຮັບປະກັນຈາກຫ້ອງການບ້ານ ທີ່ຕົນກຳລັງອາໄສຢູ່.
• ໃບຢັ້ງຢືນການຜ່ານງານ (ຖ້າມີ)