ໜ້າທີ່ຮັບຜິດຊອບ
ວຽກສາງສິນຄ້າ
– ເຄື່ອນຍ້າຍສິນຄ້າເຂົ້າໂຊນລໍຖ້າສົ່ງ
– ຂື້ນລົງສີນຄ້າ ພາຍໃນສາງ ແລະ ລົດຂົນສົ່ງປະຈຳ
– ຊ່ວຍຈັດເກັບສີນຄ້າຕາມໜວດໜູ່ຂອງໂຊນເກັບສີນຄ້າ
– ອານາໄມພື້ນທີ່ບໍລິເວນສາງສິນຄ້າ ທາງໃນ ແລະ ນອກສາງ
ການຈັດສົ່ງສິນຄ້າ
– ກວດສອບຄວາມຮຽບຮ້ອຍຂອງສິນຄ້າ
– ດຳເນີນການຈັດເກັບແພ໊ກສິນຄ້າໃຫ້ຢູ່ໃນມາດຕະຖານ
– ທຳຄວາມສະອາດເບີ່ງຄວາມສະອາດພື້ນທີ່ໂຊນຈັດສົ່ງຫຼັງຂື້ນລົງເຄື່ອງສຳເລັດ
– ຮ່ວມກັບໂຊເຟີລົດໃນການຈັດສົ່ງສິນຄ້າໃຫ້ກັບລຸກຄ້າ
– ລາຍງານໜ້າວຽກໃຫ້ກັບ ຫົວໜ້າສາຍງານປະຈຳວັນ ແລະ ປະຈຳເດືອນ
– ປະຕິບັດວຽກງານອື່ນໆ ຕາມການມອບໜາຍຂອງຫົວໜ້າສາຍງານ.