spot_img

ພະນັກງານສິນເຊື່ອ (Credit Officer)

1. ຫນ້າທີ່ຫຼັກໃນການຮັບຜິດຊອບຕົ້ນຕໍ
ໂຄສະນາຜະລິດຕະພັນສິນເຊື່ອ (ວຽກພາກສະຫນາມ).
– ກວດສອບ ແລະ ຄັດເລືອກລ ກຄ້າທີ່ມີຄວາມເປັນໄປໄດ້ໃນການສະຫນອງ
ສິນເຊື່ອ.
– ກະກຽມເອກະສານສິນເຊື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຫຼັກການ
ສິນເຊື່ອຂອງທະນາຄານ.
– ຮັບຜິດຊອບໃນການຕິດຕາມ ແລະ ເກັບກູ້ຫນີ້ສິນຄືນໃຫ້ໄດ້ທັງປະລິມານ
ແລະ ຄຸນນະພາບ.
– ສາມາດປະຕິບັດວຽກງານອື່ນໆທີ່ກ່ຽວຂ້ອງຕາມການມອບຫມາຍຂອງ
ຜູ້ຄຸ້ມຄອງ.
2. ຄຸນວຸດທິ
– ລະດັບການສຶກສາຈົບຊັັ້ນສູງຂຶ້ນໄປ ໃນສາຂາບໍລິຫານທຸລະກິດ,
ເສດຖະສາດ ຫຼ ສາຂາອື່ນໆທີ່ກ່ຽວຂ້ອງ.
– ມີຄວາມຮູ້ດ້ານພາສາອັງກິດ (ອ່ານ, ຂຽນ ແລະ ເວົ້າໄດ້).
– ສາມາດນຳໃຊ້ຄອມພິວເຕີ້ Ms-Office ໄດ້ດີ.
– ມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຕໍໍ່ຫນ້າທີ່ວຽກງານສູງ.
– ມີສຸຂະພາບແຂງແຮງດີ ແລະ ສາມາດເຮັດວຽກເປັນກຸ່ມໄດ້.
– ຜູ້ສະຫມັກທີ່ມີອາຍຸແຕ່ 18 ປີຂຶ້ນໄປ.
– ເງິນເດືອນ ແລະ ສະຫວັດດີການເມື່ອໄດ້ເຂົ້າເປັນພະນັກງານຂອງ ທະນາຄານ ເອຊີລີດາ ລາວ ຈຳກັດ.
1. ພະນັກງານທີ່ຢູ່ໃນຊ່ວງທົດລອງງານ:
– ເງິນເດືອນພື້ນຖານອີງຕາມຄຸນວຸດທິ
– ເງິນອຸດຫນຸນເຄື່ອງແບບພະນັກງານ
– ເງິນອຸດຫນຸນກວດສຸຂະພາບ ແລະ ປິິ່ນປົວພະຍາດ
– ເງິນອຸດຫນຸນການເດີນທາງພາຍໃນແຂວງ ແລະ ຕ່າງແຂວງ
2. ພະນັກງານຫຼັງຈາກຜ່ານທົດລອງງານ:
– ເງິນເດືອນພື້ນຖານເພີ່ມຂຶ້ນຕາມການປະເມີນຜົນງານຕົວຈິງ
– ເງິນອຸດຫນຸນລູກ (ສູງສຸດບໍໍ່ເກີນ 04 ຄົນ)
– ເງິນອຸດຫນຸນຕັດເຄື່ອງແບບພະນັກງານປະຈຳປີ
– ເງິນໂບນັດ (ບຸນປີໃຫມ່ລາວ ແລະ ບຸນອອກພັນສາ)
– ເງິນແບ່ງປັນຜົນກຳໄລປະຈຳປີຫຼາຍກ່ອນ 4 ເທົ່າຂອງເງິນເດືອນ
– ເງິນອຸດຫນຸນຕ່າງໆຈາກອົງການປະກັນສັງຄົມແຫ່ງຊາດ (ອປສ)
– ແລະ ຜົນປະໂຫຍດອື່ນໆອີກ ຕາມນະໂຍບາຍຂອງທະນາຄານ

ຫມາຍເຫດ: – ສະເພາະຜູ້ທີ່ຜ່ານການຄັດເລືອກເທົ່ານັັ້ນ ທີ່ຈະໄດ້ຮັບການຕິດຕໍໍ່ເຂົ້າຮ່ວມສອບເສັງ ແລະ ສຳພາດ.

– ທຸກໆເອກະສານທີ່ປະກອບໃນການສະຫມັກວຽກ ແມ່ນບໍໍ່ສາມາດຖອນຄືນໄດ້.
– ທຸກໆຂັັ້ນຕອນໃນການຮັບສະຫມັກງານ ແມ່ນບໍໍ່ໄດ້ເສຍຄ່າໃຊ້ຈ່າຍ, ຜົນຕອບແທນ ຫຼ ສິນນ້ຳໃຈໃດໆ.
➢ ປິດຮັບສະຫມັກ: ວັນທີ 06 ມິຖຸນາ 2025 ເວລາ: 12:00 ໂມງຕອນສວາຍ
➢ ຟອມສະຫມັກໃດທີ່ຍື່ນກ່ອນ ມີສິດໃນການຄັດເລືອກເພື່ອເຂົ້າຮ່ວມສອບເສັງ ແລະ ສຳພາດກ່ອນ
❖ ສຳລັບຜູ້ທີ່ສົນໃຈ ສາມາດພົວພັນເອົາແບບຟອມສະຫມັກໄດ້ທຸກຫ້ອງການຂອງທະນາຄານ ໂດຍບໍໍ່ມີຄ່າໃຊ້ຈ່າຍໃດໆ.
ຫຼື ສາມາດດາວໂຫຼດແບບຟອມໄດ້ທີ່ Website: www.acledabank.com.la ແລະ ນຳສົ່ງຊີວະປະຫວັດ ຫຼື CV ຂອງທ່ານມາທາງ
E-mail: ERU@acledabank.com.la
ສົນໃຈລາຍລະອຽດ ສາມາດສອບຖາມຂໍໍ້ມູນໂທ: 020 9300 0204, 020 9292 4999
ເບີໂທ, Whatsapp: 020 9534 5001, 020 9206 9494