spot_img

ພະນັກງານການຕະຫຼາດ (Marketing Officer)

1. ຫນ້າທີື່ຫຼັກໃນການຮັບຜິດຊອບຕົ້ນຕໍ
 ຮັບຜິດຊອບໃນການຕິດຕໍໍ່ພົວພັນ ແລະ ເບິ່ງແຍງລູກຄ້າທີ່ມາໃຊ້ບໍລິການ.
 ຮັບຜິດຊອບໃນການອຳານວຍຄວາມສະດວກ ແລະ ແກ້ໄຂທຸກບັນຫາທີ່ເກີດຂຶ້ນ
ກ່ຽວກັບການບໍລິການຕ່າງໆຂອງທະນາຄານ.
 ສຶກສາຄົ້ນຄວ້າຕະຫຼາດໃຫມ່, ຕະຫຼາດປັດຈຸບັນ ເພື່ອກະກຽມຍຸດທະສາດທາງ
ດ້ານການຕະຫຼາດໃຫ້ສອດຄ່ອງກັບການປູ່ຽນແປງຂອງຕະຫຼາດຕົວຈິງ.
 ມີຫນ້າທີ່ໃນການໂຄສະນາປະຊາສຳພັນ ບັນດາຜະລິດຕະພັນຂອງທະນາຄານ,
ຊອກຫາລູກຄ້າໃຫ້ມາຊົມໃຊ້ຜະລິດຕະພັນ ແລະ ການບໍລິການຂອງທະນາຄານ.
 ຕິດຕາມປະລິມານການຂາຍຜະລິດຕະພັນ-ການບໍລິການໃຫ້ໄດ້ຕາມແຜນ.

2. ຄຸນວຸດທິ
 ລະດັບການສຶກສາຈົບຊັັ້ນສູງ, ປະລິນຍາຕີສາຂາບໍລິຫານການຕະຫຼາດ,
ເສດຖະສາດ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ.
 ມີຄວາມຮູ້ດ້ານພາສາອັງກິດ (ອ່ານ, ຂຽນ ແລະ ເວົັ້າໄດ້).
 ສາມາດນຳໃຊ້ຄອມພິວເຕີ້ Ms-Office ໄດ້ດີ.
 ມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຕໍໍ່ຫນ້າທີ່ວຽກງານສູງ.
 ມີສຸຂະພາບແຂງແຮງດີ ແລະ ສາມາດເຮັດວຽກເປັນກຸ່ມໄດ້.
 ຜູ້ສະຫມັກທີ່ມີອາຍຸແຕ່ 18 ປີຂຶ້ນໄປ.
 ຜູ້ສະຫມັກທີ່ສາມາດສື່ສານພາສາຈີນໄດ້ ແມ່ນຈະຮັບພິຈາລະນາເປັນພິເສດ.
 ເງິນເດືອນ ແລະ ສະຫວັດດີການເມື່ອໄດ້ເຂົ້າເປັນພະນັກງານຂອງ ທະນາຄານ ເອຊີລີດາ ລາວ ຈຳກັດ.

1. ພະນັກງານທີ່ຢູ່ໃນຊ່ວງທົດລອງງານ:
– ເງິນເດ ອນພື້ນຖານອີງຕາມຄຸນວຸດທິ
– ເງິນອຸດຫນຸນເຄື່ອງແບບພະນັກງານ
– ເງິນອຸດຫນຸນກວດສຸຂະພາບ ແລະ ປິິ່ນປົວພະຍາດ
– ເງິນອຸດຫນຸນການເດີນທາງພາຍໃນແຂວງ ແລະ ຕ່າງແຂວງ

2. ພະນັກງານຫຼັງຈາກຜ່ານທົດລອງງານ:
– ເງິນເດືອນພື້ນຖານເພີ່ມຂຶ້ນຕາມການປະເມີນຜົນງານຕົວຈິງ
– ເງິນອຸດຫນຸນລູກ (ສູງສຸດບໍໍ່ເກີນ 04 ຄົນ)
– ເງິນອຸດຫນຸນຕັດເຄື່ອງແບບພະນັກງານປະຈຳປີ
– ເງິນໂບນັດ (ບຸນປີໃຫມ່ລາວ ແລະ ບຸນອອກພັນສາ)
– ເງິນແບ່ງປັນຜົນກຳໄລປະຈຳປີຫຼາຍກ່ອນ 4 ເທົ່າຂອງເງິນເດືອນ
– ເງິນອຸດຫນຸນຕ່າງໆຈາກອົງການປະກັນສັງຄົມແຫ່ງຊາດ (ອປສ)
– ແລະ ຜົນປະໂຫຍດອື່ນໆອີກ ຕາມນະໂຍບາຍຂອງທະນາຄານ

ຫມາຍເຫດ: – ສະເພາະຜູ້ທີ່ຜ່ານການຄັດເລືອກເທົ່ານັັ້ນ ທີ່ຈະໄດ້ຮັບການຕິດຕໍໍ່ເຂົ້າຮ່ວມສອບເສັງ ແລະ ສຳພາດ.
– ທຸກໆເອກະສານທີ່ປະກອບໃນການສະຫມັກວຽກ ແມ່ນບໍໍ່ສາມາດຖອນຄືນໄດ້.
– ທຸກໆຂັັ້ນຕອນໃນການຮັບສະຫມັກງານ ແມ່ນບໍໍ່ໄດ້ເສຍຄ່າໃຊ້ຈ່າຍ, ຜົນຕອບແທນ ຫຼ ສິນນ້ຳໃຈໃດໆ.
➢ ປິດຮັບສະຫມັກ: ວັນທີ 06 ມິຖຸນາ 2025 ເວລາ: 12:00 ໂມງຕອນສວາຍ
➢ ຟອມສະຫມັກໃດທີ່ຍື່ນກ່ອນ ມີສິດໃນການຄັດເລືອກເພື່ອເຂົ້າຮ່ວມສອບເສັງ ແລະ ສຳພາດກ່ອນ
❖ ສຳລັບຜູ້ທີ່ສົນໃຈ ສາມາດພົວພັນເອົາແບບຟອມສະຫມັກໄດ້ທຸກຫ້ອງການຂອງທະນາຄານ ໂດຍບໍໍ່ມີຄ່າໃຊ້ຈ່າຍໃດໆ.
ຫຼື ສາມາດດາວໂຫຼດແບບຟອມໄດ້ທີ່ Website: www.acledabank.com.la ແລະ ນຳສົ່ງຊີວະປະຫວັດ ຫຼຶ CV ຂອງທ່ານ ມາ
ທາງ E-mail: ERU@acledabank.com.la
ສົນໃຈລາຍລະອຽດ ສາມາດສອບຖາມຂໍໍ້ມູນໂທ: 020 9300 0204, 020 9292 4999
ເບີໂທ, Whatsapp: 020 9534 5001, 020 9206 9494