spot_img

ພະນັກງານວິຊາການ ບໍລິຫານການຂາຍ

ເງື່ອນໄຂຜູ້ສະໝັກ:

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ.
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ການຂາຍ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ.
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງ ໃນຂົງເຂດການເງິນ, ການລົງທຶນ ແລະສິນເຊື່ອທະນາຄານ ແມ່ນຈະພິຈາລະນາເປັນພິເສດ.
  • ມະນຸດສໍາພັນດີ, ບຸກຄະລິກດີ, ຍິ້້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ລະອຽດ, ມີຄວາມຮັບຜິດຊອບສູງ, ຊື່ສັດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະມັກພັດທະນາຕົນເອງຢູ່ຕະຫຼອດເວລາ.
  • ມີທັກສະໃນການສື່ສານ ພາສາລາວ ແລະ ພາສາອັງກິດ ທີ່ດີເລີດ, ຖ້າຫາກໄດ້ພາສາຈີນ, ພາສາຫວຽດນາມ ຄຽງຄູ່ກັນແມ່ນຈະພິຈາລະນາເປັນພິເສດ.
  • ມີທັກສະໃນການນໍາໃຊ້ຄອມພິວເຕີເປັນຢ່າງດີ.
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ.
  • ມີຄວາມສາມາດໃນການສື່ສານທີ່ໂດດເດັ່ນ (ເວົ້າ, ຂຽນ, ອ່ານ), ມີທັກສະໃນການນຳສະເໜີ.
  • ມີທັກສະການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ.
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ.
  • ຖ້າຫາກຜູ້ສະໝັກມີຄວາມຮູ້ດ້ານສະກຸນເງິນດີຈີຕອນ (cryptocurrency) ຈະໄດ້ຮັບການພິຈາລະນາເປັນພິເສດ.
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດໃນວຽກງານບັນລຸເປົ້າໝາຍ.

ໜ້າທີ່ຮັບຜິດຊອບ:

  • ນໍາສະເໜີຜະລິດຕະພັນ ຂອງບໍລິສັດໃຫ້ລູກຄ້າ.
  • ສ້າງສາຍພົວພັນກັບລູກຄ້າ ແລະຕົວແທນຂອງບໍລິສັດໃຫ້ໄດ້ຮັບຜົນດີ.
  • ເຈລະຈາຕໍ່ລອງ ປິດການ ຊື້-ຂາຍ ແຕ່ລະຜະລິດຕະພັນ ຂອງບໍລິສັດ.
  • ສ້າງຍອດຂາຍໃຫ້ບັນລຸຕາມເປົ້າໝາຍ.
  • ເກັບກຳຂໍ້ມູນ, ສຶກສາຄວາມເພິ່ງພໍໃຈຂອງລູກຄ້າ ຈາກການບໍລິການ ແລະ ນຳໃຊ້ຜະລິດຕະພັນຕ່າງໆ ຂອງບໍລິສັດ ແຕ່ລະໄລຍະ. 

    ສົນໃຈສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່ :

    ເບີໂທ : 02021256969, 0305739993.

    ອີເມວ : info@bitqik.com , bitqik.com.la

    ສະຖານທີ່: ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.