ໜ້າທີ່ຮັບຜິດຊອບ:
-
- ສ້າງແຜນການຕະຫຼາດປະຈຳອາທິດ – ປະຈຳເດືອນ
- ຄິດຄົ້ນເນື້ອຫາ ແລະ ສ້າງຄອນເທັນໃຫ້ມີຄວາມແທດເໝາະ ແລະ ເຂົ້າໃຈງ່າຍ
- ຄົ້ນຄວ້າຫາຂໍ້ມູນ ຂ່າວສານທີ່ຈຳເປັນຕ້ອງໃຊ້ໃນການໂຄສະນາປະຊາສຳພັນ
- ລວບລວມໄອເດຍຕ່າງໆທີ່ກ່ຽວຜະລິດຕະພັນ ແລະ ບໍລິການຂອງບໍລິສັດ
- ຂຽນຂ່າວ ຂຽນໂຄສະນາໃຫ້ມີເນື້ອຫາຄວບຄຸມ ແລະເປັນໄປຕາມນະໂຍບາຍຂອງບໍລິສັດ
- ສຶກສາ ຄົ້ນຄວ້າກົນລະຍຸດການໂສນະນາໃຫ້ມີຄວາມອັບເດດ ແລະ ທັນສະໃໝ
- ສ້າງກິດຈະກຳສົ່ງເສີມການຂາຍ
- ເຮັດລາຍງານປະຈຳອາທິດ, ປະຈຳເດືອນ
- ປະຕິບັດວຽກງານຕ່າງໆຕາມທີ່ທາງພະແນກໄດ້ມອບໝາຍໃຫ້
ເງື່ອນໄຂຜູ້ສະໝັກ:
- ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ;
- ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
- ປະສົບການຢ່າງນ້ອຍ 1 ປີ ໃນສາຂາ ການຕະຫຼາດອອນລາຍ;
- ມີທັກສະດ້ານການຄົ້ນຄວ້າຂໍ້ມູນ, ວິເຄາະຂໍ້ມູນ;
- ມີຄວາມສາມາດໃນການຜະລິດຄອນເທັນເຊັ່ນ: ການຂຽນ, ການສ້າງພາບກຣາຟິກ ຫລື ຕັດຕໍ່ວີດີໂອ;
- ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບແພັດຟອມອອນລາຍຕ່າງໆ Facebook, Youtube, Tiktok ເປັນຕົ້ນ;
- ມີຄວາມຄິດລິເລີ່ມໃນການສ້າງສັນຜົນງານ ແລະ ທັກສະການສື່ສານທີ່ເຂົ້າໃຈງ່າຍ;
- ຖ້າມີຄວາມຮູ້ດ້ານການລົງທຶນ, ສະກຸນເງິນ ດິຈິຕອນ (Cryptocurrency) ຈະພິຈາລະນາເປັນພິເສດ;
- ສາມາດສື່ສານພາສາອັງກິດ, ຖ້າໄດ້ພາສາຈີນ, ຫວຽດນາມ ແມ່ນຈະພິຈາລະນາເປັນພິເສດ;
- ສາມາດເຮັດວຽກພາຍໃຕຄວາມກົດດັນ;
- ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຢີບລັອກເຊນ.
- ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ລາວ
+85602021256969 / 0305739993 / info@bitqik.com / bitqik.com.la