ໜ້າທີ່ຮັບຜິດຊອບ:
- ສົ່ງເສີມແບຣນຂອງບໍລິສັດ ແລະແນະນໍາຜະລິດຕະພັນໃໝ່ໆອອກສູ່ຕະຫຼາດ;
- ຄົ້ນຄວ້າ, ວາງແຜນການຕະຫຼາດ, ວິເຄາະຄວາມຕ້ອງການຂອງລູກຄ້າ, ປະເມີນແນວໂນ້ມຕະຫຼາດ ແລະສະເໜີການປັບປຸງລະບົບໃຫ້ກົງເປົ້າໝາຍ;
- ສ້າງແຜນການຕະຫຼາດ, ການໂຄສະນາ ປະຈຳອາທິດ – ປະຈຳເດືອນ;
- ຄິດຄົ້ນເນື້ອຫາ ແລະ ສ້າງຄອນເທັນໃຫ້ມີຄວາມແທດເໝາະ ແລະ ເຂົ້າໃຈງ່າຍ;
- ຄົ້ນຄວ້າຫາຂໍ້ມູນ ຂ່າວສານທີ່ຈຳເປັນຕ້ອງໃຊ້ໃນການໂຄສະນາປະຊາສຳພັນ;
- ກວດສອບການຂຽນຂ່າວ, ຂຽນໂຄສະນາໃຫ້ມີເນື້ອຫາຄວບຄຸມ ແລະເປັນໄປຕາມນະໂຍບາຍຂອງບໍລິສັດ;
- ສ້າງແຜນການຈັດຝຶກອົບຮົມ ໃຫ້ຄວາມຮູ້ແກ່ລູກຄ້າທີ່ສົນໃຈໃນການລົງທຶນ;
- ສຶກສາ ຄົ້ນຄວ້າກົນລະຍຸດການໂຄສະນາໃຫ້ມີຄວາມອັບເດດ ແລະ ທັນສະໃໝຢູ່ສະເໝີ;
- ສ້າງແຜນກິດຈະກຳສົ່ງເສີມການຂາຍ;
- ເຮັດລາຍງານປະຈຳອາທິດ, ປະຈຳເດືອນ;
- ປະຕິບັດວຽກງານຕ່າງໆຕາມທີ່ທາງພະແນກໄດ້ມອບໝາຍ;
ເງື່ອນໄຂຜູ້ສະໝັກ:
- ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ;
- ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
- ປະສົບການຢ່າງນ້ອຍ 3-5 ປີ ໃນສາຂາ ການຕະຫຼາດ, ໂຄສະນາ ໂດຍສະເພາະທາງດ້ານ Digital Marketing
- ສາມາດເຮັດວຽກເປັນທີມ ແລະມີພາວະຄວາມເປັນຜູ້ນໍາສູງ
- ມີຄວາມສາມາດໃນການຜະລິດຄອນເທັນເຊັ່ນ: ການຂຽນ, ການສ້າງພາບກຣາຟິກ ຫລື ຕັດຕໍ່ວີດີໂອ
- ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບແພັດຟອມອອນລາຍຕ່າງໆ Facebook, Youtube, Tiktokເປັນຕົ້ນ
- ຖ້າມີຄວາມຮູ້ດ້ານການລົງທຶນ, ສະກຸນເງິນ ດິຈິຕອນ (Cryptocurrency)ຈະພິຈາລະນາເປັນພິເສດ
- ສາມາດສື່ສານພາສາອັງກິດ, ຖ້າໄດ້ພາສາຈີນ ຫລື ຣັດເຊຍແມ່ນຈະພິຈາລະນາເປັນພິເສດ
- ສາມາດເຮັດວຽກພາຍໃຕ້ຄວາມກົດດັນ.ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ລາວ
+85602021256969 / 0305739993 / info@bitqik.com / bitqik.com.la