ໜ້າທີ່ຮັບຜິດຊອບ:
- ກວດກາ ຂັ້ນຕອນການດຳເນີນວຽກງານ ພາຍໃຕ້ໂຄງຮ່າງການຈັດຕັ້ງ, ພາລະບົດບາດ ແລະ ແຜນວຽກຂອງ ພະແນກຕ່າງໆ ພາຍໃນບໍລິສັດ;
- ກວດກາ ທຸກວຽກງານ ທີ່ກ່ຽວກັບທຸລະກຳ ການຊື້-ຂາຍ ເງີນຄິບໂຕເຄີເລັນຊີ;
- ກວດກາ ວຽກງານທີ່ກ່ຽວຂ້ອງກັບ ຜະລິດຕະພັນ ແລະ ລະບົບຕ່າງໆ;
- ກວດກາ ວຽກງານກ່ຽວກັບ ລະບົບເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ, ລວມທັງຄວາມປອດໄພຂອງການນຳໃຊ້ຄອມພິວເຕີ, ການຕັ້ງຄ່າໃນລະບົບ ຕາມລະບຽບທີ່ກຳນົດອອກ ແຕ່ລະໄລຍະ;
- ກວດກາ ລົງເລິກບັນຊີລາຍຮັບ ແລະ ລາຍຈ່າຍ;
- ພົວພັນ, ປະສານງານ ກັບກວດສອບພາຍນອກ, ກວດສອບຂອງທະນາຄານແຫ່ງ ສປປ ລາວ ແລະ ໜ່ວຍງານອື່ນໆທີ່ກ່ຽວຂ້ອງ;
- ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະພະແນກ ແລະ ຄະນະຜູ້ບໍລິຫານ.
ເງື່ອນໄຂຜູ້ສະໝັກ:
- ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ໃນຂະແໜງ ເສດຖະສາດ, ການເງິນ, ການທະນາຄານ, ການບໍລິຫານທຸລະກິດ, ນິຕິສາດ ຫຼື ຂະແໜງອື່ນ ທີ່ກ່ຽວຂ້ອງ;
- ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້;
- ມີຄວາມຮູ້ ແລະ ສາມາດ ນຳໃຊ້ຄອມພິວເຕີ ແລະ ຊອບແວຕ່າງໆ ໄດ້ດີ;
- ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບການກວດກາ, ການກວດສອບພາຍໃນ ຫຼື ມີປະສົບການມາກ່ອນ ຢ່າງໜ້ອຍ 01 ປີ ຂື້ນໄປ;
- ມີຫົວຄິດປະດິດສ້າງ ສຶກສາຄົ້ນຄ້ວາ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ;
- ມີມະນຸດສຳພັນດີ, ມີວິໄນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ວຽກງານ, ດຸໝັ່ນ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນ.
- ຫ້ອງການບິດຄິກ ຊັ້ນ (4), ຖະໜົນອາຊຽນ (T2), ບ້ານ ນາຄຳ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ລາວ
+85602021256969 / 0305739993 / info@bitqik.com / bitqik.com.la